ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ສາເຫດ​ທີ່ພາໃຫ້​ເກີດ ການ​ຂາດແຄນ​ຄູ​ສອນ ຢູ່ເຂດ​ຫ່າງ​ໄກ​ສອກຫຼີກ
ເວລາອອກຂ່າວ: 2025-05-08 09:21:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3366 | ຄວາມນິຍົມ:



ໃນ​ໄລຍະ​ຜ່ານ​ມາ, ຫຼາຍ​ທ່ານ​ອາດ​ຈະ​ເຄີຍ​ໄດ້​ເຫັນ ຫຼື ອ່ານ​ຂ່າວ ກ່ຽວ​ກັບ​ການ​ຂາດແຄນ​ຄູ​ສອນ, ຄູ​ອາສາ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ການ​ປະລະ​ການ​ຮຽນ ຂອງ​ນັກຮຽນ. ຜ່ານ​ການເຄື່ອນໄຫວ​ຊຸກຍູ້, ເກັບ​ກຳ​ຂໍ້​ມູນ, ສະຖິຕິ​ຕົວ​ເລກ ທັງ​ຕິດຕາມ​ກວດກາ​ວຽກ​ງານ​ການ​ສຶກ​ສາ​ໃນ 6 ແຂວງ​ພາກ​ເໜືອ ເຫັນ​ວ່າ ຂົງເຂດ​ການ​ສຶກ​ສາ​ນັ້ນ ແມ່ນ​ໜ້າ​ເປັນ​ຫ່ວງ​ຫຼາຍ ເປັນຕົ້ນແມ່ນ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຍັງ​ຕ່ຳ ໂດຍ​ສະເພາະ​ຢູ່​ໃນ​ເຂດ​ຊົນນະບົດ ການ​ປະລະ​ການ​ຮຽນ​ຊັ້ນ​ປະຖົມ, ແຕ່​ສຳລັບ ເຂດ​ໃນ​ເມືອງ ແມ່ນ​ປະລະ​ການ​ຮຽນ​ຊັ້ນ​ມັດທະຍົມ. ສຳລັບສາເຫດ​ທີ່​ພາໃຫ້​ເກີດ​ການ​ຂາດແຄນ​ຄູ​ສອນ (ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ), ການ​ປະລະ​ການ​ຮຽນ ແລະ ຄຸນ​ນະ​ພາບ​ການ​ສຶກ​ສາ​ຕ່ຳອັນ​ທີ​ໜຶ່ງ ແມ່ນ​ຍ້ອນ​ສະ ຖານທີ່​ທຸລະກັນດານ, ການ​ໄປ-ມາ​ບໍ່​ສະດວກ ບັນຫາ​ນີ້ ເປັນ​ປັດ​ໄຈ​ຫຼັກ​ທີ່​ຈູງ​ໃຈ​ເຮັດ​ໃຫ້​ພະນັກງານ​ຄູ ບໍ່​ຢາກ​ໄປ​ສອນ​ຢູ່​ໂຮງຮຽນ ແລະ ເຂດ​ດັ່ງກ່າວ.ອັນ​ທີ​ ສອງ ຍ້ອນ​ບັນຫາ​ເສດຖະກິດ ຄ່າ​ຄອງ​ຊີບ​ທີ່​ນັບ​ມື້​ແພງ​ຂຶ້ນ ແຕ່​ລາຍ​ຮັບ​ຍັງ​ຄົງ​ທີ່ ສະນັ້ນ, ຈຶ່ງ​ເຮັດ​ໃຫ້​ມີ​ແນວ​ຄິດ​ຄອນ​ແຄນ, ຄູ​ກໍ​ບໍ່​ຢາກ​ມາ​ສອນ, ນັກຮຽນ​ກໍ​ບໍ່​ຢາກ​ມາ​ຮຽນ ແລະ ອັນ​ທີ​ສາມ ແມ່ນ​ຍ້ອນ​ການ​ຈັດ​ແບ່ງ​ໂຄ​ຕາ​ບໍ່​ສົມ​ດຸນ​ກັນ ຕົວຢ່າງ: ຢູ່​ໃນ​ເມືອງ ມີ​ຄູ​ຫຼາຍ, ຄູ​ເຫຼືອ ຫ້ອງ​ໜຶ່ງ​ມີ​ຄູ​ສອນ​ປະມານ 2-3 ຄົນ ແຕ່​ກົງກັນຂ້າມ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຄູ​ພັດ​ບໍ່​ພໍ ຕ້ອງ​ໄດ້​ສອນ​ຫ້ອງ​ຄວບ, ຖ້າ​ສອນ​ຫ້ອງ​ຄວບ​ແລ້ວ ຖື​ວ່າການ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ​ການ​ສຶກ​ສາ ແມ່ນ​ບໍ່​ໄດ້, ເອົາ​ນັກຮຽນ​ຂຶ້ນ​ຫ້ອງ ກໍ​ຂຶ້ນ​ໄປ​ລ້າໆ. ເຖິງ​ຢ່າງໃດ​ກໍ​ຕາມ, ຕໍ່​ບັນຫາ​ດັ່ງກ່າວ ລັດຖະບານ ໄດ້​ເອົາໃຈໃສ່​ຮີບ​ຮ້ອນ​ແກ້​ໄຂ​ແບບ​ລົງ​ເລິກ​ເຖິງ​ຖອງ ໂດຍ​ໄດ້​ອອກ​ມະຕິ​ຄຳ​ສັ່ງ ເລກ​ທີ 09/​ລບ ວ່າ​ດ້ວຍ ນະໂຍບາຍ ແລະ ມາດ​ຕະການ​ແກ້​ໄຂ​ການ​ຂາດແຄນ​ຄູ​ສອນ, ການ​ປະລະ​ການ​ຮຽນ ແລະ ສົ່ງເສີມ​ເຂົ້າ​ຮຽນ​ວິຊາ​ຊີບ ເຊິ່ງ​ໄດ້​ຊີ້​ນຳ​ໃຫ້ ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ຮ່ວມ​ກັນ​ຄົ້ນຄວ້າ, ປຶກສາ​ຫາລື ແລະ ເອກະ​ພາບ​ກັນ ໃນ​ນີ້, ກະຊວງ​ປ້ອງ​ກັນ​ປະເທດ ເປັນ​ເຈົ້າ​ການ​ໃນ​ການ​ປຸກລະດົມ, ຄັດ​ເລືອກ ເອົາ​ນາຍ ແລະ ພົນທະຫານ ຜູ້​ທີ່​ມີ​ຄວາມ​ສະໝັກ​ໃຈ ແລະ ມີ​ມາດຖານ​ເງື່ອນໄຂ​ເຂົ້າ​ມາ​ເຝິກ​ອົບ​ຮົບ​ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ ໃນ​ໄລຍະ​ສັ້ນ. ສ່ວນ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ໄດ້​ເປັນ​ເຈົ້າ​ການ​ໃນ​ປຸກລະດົມ​ເອົາ​ຄູ​ອາສາ​ທີ່​ສອນ​ຢູ່​ແລ້ວ​ນັ້ນ ເຂົ້າ​ມາ​ສັງກັດ​ເປັນ​ກຳລັງ​ໃໝ່ ຢູ່​ໃນ​ຖັນ​ແຖວ​ກອງທັບ ໂດຍ​ຈະ​ຖືກ​ສັບ​ຊ້ອນ​ໃຫ້​ເປັນ​ທະຫານ​ຊາຍ​ແດນ ໃນ​ໂຄ​ຕາ​ທັງ​ໝົດ ຈຳນວນ 2.000 ຄົນ. ອ່ານ​ມາ​ຮອດ​ນີ້, ຫຼາຍ​ທ່ານ​ອາດ​ຈະ​ສົງໄສ​ວ່າ ການ​ແກ້​ໄຂ​ບັນຫາ​ຍັງ​ບໍ່​ຖືກ​ຈຸດ ແລະ ບໍ່​ສອດຄ່ອງ​ເທື່ອ, ບາງ​ທ່ານ​ອາດ​ສົງໄສ ແລ້ວ​ເປັນ​ຫຍັງ ຈຶ່ງ​ບໍ່​ຄົ້ນຄວ້າ​ແກ້​ໄຂ​ເອົາ​ຄູ​ອາສາ​ທີ່​ສອນ​ຢູ່​ແລ້ວບັນຈຸ​ເຂົ້າ​ເປັນ​ລັດຖະກອນ ແລະ ສົ່ງ​ເຂົາເຈົ້າ​ໄປ​ສອນ​ຢູ່​ເຂດ​ທີ່​ຕ້ອງການ​ຄູ, ຈຳເປັນ​ບໍ່​ທີ່​ຈະ​ຕ້ອງ​ເອົາ​ກຳລັງ​ທະຫານ​ໄປ​ຊ່ວຍ​ສອນ ຄຳ​ຕອບ​ຄື: ຄູ​ສອນ, ຄູ​ອາສາສ່ວນ​ຫຼາຍ​ແລ້ວ ບໍ່​ມີ​ໃຜ​ຢາກ​ໄປ​ສອນ​ຢູ່​ເຂດ​ທຸລະກັນດານ (ໝາຍ​ຄວາມ​ວ່າ ເຂດ​ທີ່​ບໍ່​ມີ​ໄຟຟ້າ, ນ້ຳ​ປະປາ, ສັນຍານ​ອິນ​ເຕິ​ເນັດ, ເສັ້ນທາງ​ໄປ​ບໍ່​ຮອດ, ເຂດ​ຊາຍ​ແດນ) ແລະ ການ​ທີ່​ເອົາ​ກຳລັງ​ທະຫານ​ໄປ​ຊ່ວຍ​ນັ້ນ ກໍ​ເປັນ​ການ​ແກ້​ໄຂ​ສະເພາະ​ໜ້າ ສົມມຸດ ມີ​ໂຮງຮຽນ​ແຫ່ງ​ໜຶ່ງ ມີ​ຄູ​ສອນ​ຜູ້​ໜຶ່ງ​ໃນ​ກໍລະນີ​ທີ່​ເຈັບເປັນ, ເກີດ​ລູກ, ແກ້​ໄຂ​ວຽກ​ຄອບຄົວ ໃນ​ເວລາ​ນີ້ ທະຫານ​ຜູ້​ທີ່​ສຳເລັດ​ການ​ເຝິກ​ອົບ​ຮົບ​ວິຊາ​ຄູ ຈະ​ເຂົ້າ​ໄປ​ເຮັດ​ໜ້າທີ່​ສອນ​ແທນ ແລະ ພາຍຫຼັງ​ທີ່​ຄູ​ປະຈຳ​ກັບ​ມາ ທະຫານ​ກໍ​ກັບ​ໄປ​ເຮັດ​ໜ້າ​ປ້ອງ​ກັນ​ຊາດ​ຄືເກົ່າ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ