
ສະຫຼຸບວຽກງານປະສານສົມທົບ ຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ແຂວງອັດຕະປື
ເວລາອອກຂ່າວ: 2025-05-09 09:12:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3216 | ຄວາມນິຍົມ:
ກອງປະຊຸມ ສະຫຼຸບວຽກງານປະສານສົມທົບຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ແຂວງອັດຕະປື ກັບຄືນປະເທດ ສົກປີ 2024- 2025 ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານ ແຂວງອັດຕະປື, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງອັດຕະປື, ຮອງຫົວ
ໜ້າຄະນະປະຕິບັດງານພິເສດ ແຂວງອັດຕະປື ແລະ ຝ່າຍຫວຽດ ນາມ ນຳໂດຍ ສະຫາຍ ນາງ ອິ ຫງັອກ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າສະເພາະກິດແຂວງກອນຕູມ ສສ ຫວຽດນາມ, ພ້ອມດ້ວຍຄະນະກຳມະການປະຕິບັດງານພິເສດທັງສອງແຂວງ ເຂົ້າຮ່ວມ.
ສອງຝ່າຍໄດ້ຕີລາຄາຄືນສະ ພາບການ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດໜ້າທີ່ ໃນໄລຍະຜ່ານມາ ຂອງການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນພື້ນທີ່ຂອງແຂວງອັດຕະປື ສົກປີ 2024-2025, ເຊິ່ງຄະນະກຳມະການປະຕິບັດງານພິເສດ ສອງຝ່າຍໄດ້ເອົາໃຈໃສ່ປະ
ສານສົມທົບແໜ້ນໃນການພົວພັນຮ່ວມມືກັນຢ່າງມີປະສິດຜົນສູງ, ໂດຍສະເພາະພ້ອມກັນກັບກອງຂຸດຄົ້ນອັດຖິ K53 ກອງບັນຊາການທະຫານແຂວງກອນຕູມ, ເຄື່ອນໄຫວເກັບກຳຂໍ້ມູນຫຼຸມຝັງສົບທະຫານອາສາສະໝັກ ແລະ ຊຽວຊານຫວຽດນາມ, ໄດ້ຊອກຫາເເຫຼ່ງຂ່າວ ຈາກຮາກຖານປະ ຊາຊົນ ຢູ່ເເຕ່ລະບ້ານ, ກຸ່ມບ້ານ ພາຍໃນ 5 ຕົວເມືອງຂອງເເຂວງອັດຕະປື, ຊີ້ນຳອຳນາດການປົກ ຄອງແຕ່ລະຂັ້ນ ເພື່ອເຮັດວຽກງານໂຄສະນາຂົນຂວາຍເຜີຍແຜ່, ປຸກລະດົມຂົນຂວາຍປະຊາຊົນ, ເຖົ້າແກ່ແນວໂຮມ, ນາຍບ້ານ, ເພື່ອປະສານສົມທົບໃນວຽກງານຊອກຫາ, ໃຫ້ເເກ່ການສະໜອງຂໍ້ມູນ ແລະ ນຳພາທາງໃຫ້ກອງຂຸດຄົ້ນອັດຖິ K53 ລົງຂຸດຄົ້ນທັນເວລາ, ມີຄວາມຊັດເຈນ ມີປະສິດທິຜົນ, ກຳແໜ້ນສະພາບການໃນພຶ້ນທີ່, ຊີ້ນຳບັນດາທ້ອງຖິ່ນເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ແກ່ກອງຂຸດຄົ້ນອັດຖິ K53, ສັງລວມແລ້ວຜ່ານການຊອກຫາ, ທ້ອນໂຮມ ແລະ ຂຸດຄົ້ນທີ່ຜ່ານມາຄະນະປະຕິບັດງານພິເສດ ທັງສອງແຂວງໄດ້ ເອົາໃຈໃສ່ ພະຍາຍາມຢ່າງສຸດຂີດຄວາມສາມາດ ໃນການຊອກຄົ້ນຫາອັດຖິ; ໃນລະດູແລ້ງ ສົກປີ 2024-2025 ທີ່ຜ່ານມາ ກອງຂຸດຄົ້ນອັດຖິ K53 ກອງບັນຊາການທະຫານແຂວງກອນຕູມ ສສ ຫວຽດນາມ ສາມາດຊອກຫາ, ຂຸດຄົ້ນອັດຖິໄດ້ທັງໝົດ
12 ອັດຖິ ຢູ່ພາຍໃນພື້ນທີ່ ຂອງແຂວງອັດຕະປື, ເຊິ່ງຈະໄດ້ຈັດພິ ທີນຳສົ່ງອັດຖິ ໄປທີ່ເເຂວງຈຳປາສັກ (ຕໍ່) ແລະ ນຳສົ່ງຄະນະສະ ເພາະກິດ ແຂວງກອນຕູມ ເພື່ອ ກັບຄືນປະເທດຂອງຕົນ.
ສອງຝ່າຍຍັງໄດ້ຕີລາຄາສູງເຖິງການພົວພັນຮ່ວມມື ລະ ຫວ່າງສອງພັກ, ສອງລັດ ກໍຄື: ແຂວງອັດຕະປື-ແຂວງກອມຕູມແລະ ສອງກອງບັນຊາການທະ ຫານແຂວງອັດຕະປື-ແຂວງກອນຕູມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ, ຈາກນັ້ນ, ທັງສອງຝ່າຍ ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ຢ່າງເປັນທາງການ ແລະ ມອບຂອງຂວັນໃຫ້ກັນ ແລະ ກັນຕື່ມອີກ.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ