ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຮອງ​ຫົວໜ້າ​ກົມ​ສູ້​ຮົບ ເຄື່ອນ​ໄຫວ​ກວດກາ​ຊີ້​ນຳ ວຽກ​ງານ​ກຽມພ້ອມ​ສູ້​ຮົບ ຢູ່ ກອງພັນ​ໃຫຍ່ 619
ເວລາອອກຂ່າວ: 2025-05-09 09:13:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2682 | ຄວາມນິຍົມ:



ວັນ​ທີ 2 ພຶດສະພາ 2025, ສະຫາຍ ພັນ​ເອກ ກົມ​ພັນ ຈັນທະ​ວົງ ຮອງ​ຫົວໜ້າ​ກົມ​ສູ້​ຮົບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ເຄື່ອນ​ໄຫວ​ກວດກາ​ຊີ້​ນຳ ວຽກ​ງານ​ກຽມພ້ອມ​ສູ້​ຮົບ ປະຈຳ​ປີ 2025 ຢູ່ ກອງພັນ​ໃຫຍ່ 619. ສະຫາຍ ພັນ​ໂທ ແສງ​ວັນ ເກີດ​ທະ​ບູ​ລີ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 619 ໄດ້​ລາຍ​ງານ​ສະພາບ​ກົມ​ກອງ​ໃຫ້​ຮູ້​ວ່າ: ກອງ ພັນ​ໃຫຍ່ 619 ເມື່ອ​ກ່ອນ ເປັນ​ກອງພັນ​ນ້ອຍ 619 ຂຶ້ນ​ກັບ​ກອງ​ພົນ​ທີ 4 ໂດຍ​ອີງໃສ່​ການ​ເຕີບ​ໃຫຍ່ ​ຂະຫຍາຍຕົວຂອງ​ກອງທັບ​ປະຊາຊົນ​ລາວ ມາ​ຮອດ​ວັນ​ທີ 7 ສິງຫາ 2024 ຈຶ່ງ​ໄດ້​ປະກາດ​ຍົກ​ລະດັບ ຫັນ​ຈາກ​ກອງພັນ​ນ້ອຍ 619 ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 4 ມາ​ເປັນ​ກອງພັນ​ໃຫຍ່ 619 ເອກະລາດ ຂຶ້ນ​ກັບ ກະຊວງ​ປ້ອງ​ກັນ​ປະເທດ​ໂດຍ​ ກົງ, ເຊິ່ງ​ໄດ້​ປະກອບ​ອາວຸດ​ມີ ປືນ​ໃຫຍ່​ຂະໜາດ 152 ​ມມ, ປືນ​ໃຫຍ່ 130 ​ມມ, ເບ​ແອັມ 14, 152-2C3M ແລະ ມີ​ພາຫະນະ​ຈຳນວນ​ອື່ນໆ; ມີໜ້າ​ທີ່​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ກົມ​ປືນ​ໃຫຍ່​ໜ້າດິນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເຮັດ​ໜ້າທີ່​ສູ້​ຮົບ​ຊ່ວຍ​ໜູນ ໃຫ້​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໃນ​ຂອບ​ເຂດ​ພາກ​ກາງ ແລະ ເຮັດ​ໜ້າທີ່​ຊ່ວຍ​ໜູນ​ໃຫ້​ກຳລັງ​ພາກສ່ວນ​ອື່ນໆ, ພ້ອມ​ທັງ ເຮັດ​ໜ້າທີ່​ກໍ່ສ້າງ​ຮາກ​ຖານ​ການເມືອງ ອຳນາດ​ການ​ປົກຄອງ​ທ້ອງຖິ່ນຂອບ​ເຂດ ເມືອງ​ອຸທຸມພອນ, ເມືອງ​ໄຊ​ບູ​ລີ, ເມືອງ​ອາດ​ສະ​ພອນ, ທັງ​ປັບປຸງ​ກໍ່ສ້າງ​ກົມ​ກອງ ເຝິກແອບ​ຮໍ່າຮຽນ ປະຕິບັດ​ໜ້າທີ່​ຕາມ​ຄຳ​ສັ່ງ​ຂັ້ນ​ເທິງ. ສະຫາຍ ພັນ​ເອກ ກົມ​ພັນ ຈັນທະ​ວົງ ໄດ້​ລົງ​ມາ​ກວດກາ​ຄືນ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ​ແນະນຳ​ວຽກ​ງານ​ປ້ອງ​ກັນ​ບໍລິເວນ​ເຂດ​ພາກ​ກາງ ເພື່ອ​ສະຫຼຸບ​ຕີ​ລາຄາ​ວຽກ​ງານ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ຕາມ​ຂັ້ນ​ເທິງ ນຳພາ-ຊີ້​ນຳ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ພອນ​ປະເສີດ ໂຂງ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ