
ກອງພົນທີ 4 ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 5 ປີ
ເວລາອອກຂ່າວ: 2025-05-09 09:15:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3379 | ຄວາມນິຍົມ:
ໃນວັນທີ 2 ພຶດສະພາ 2025, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 5 ປີ (2019-2024) ແລະ ວາງທິດທາງແຜນການ 5 ປີ (2025-2030), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນທີ 4, ມີ ສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຮອງຫົວໜ້າຫ້ອງການ ເມືອງ ກອງພົນທີ 4, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັດສີລາ ພົມມະເສນ ຫົວໜ້າພະແນກກໍ່ສ້າງຮາກຖານ ຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 5 ປີ (2019-2024) ແລະ ທິດທາງແຜນການ 5 ປີ (2025-2030). ໃນໄລຍະທີ່ຜ່ານມາ ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາກອງພົນທີ 4 ໃຫ້ພະແນກກໍ່ສ້າງຮາກຖານກອງພົນ ສົມທົບກັບ ບັນດາກົມກອງຫັນລົງກໍ່ສ້າງຮາກຖານການເມືອງແບບທາງກວ້າງຢູ່ບັນດາກຸ່ມບ້ານ ເພື່ອສົມທົບກັບອຳນາດການປົກຄອງທ້ອງຖິ່ນ ປກຊ-ປກສ ອົງການຈັດຕັ້ງມະ ຫາຊົນຂອງບ້ານ ໃນ 114 ບ້ານ, 1 ຕົວເມືອງຂອງແຂວງຄຳມ່ວນ ແລະ 7 ຕົວເມືອງຂອງແຂວງສະຫວັນນະເຂດ, ມີ 18 ກົມກອງ, ຈຳນວນພົນ 64 ສະຫາຍ; ໂດຍນຳເອົາແນວທາງແຜນນະໂຍບາຍຂອງ ພັກ-ລັດ, ມາສຶກສາອົບຮົມໃຫ້ປະຊາຊົນໃນແຕ່ລະບ້ານ ໄດ້ຮັບຮູ້ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກຳນົດເອກະສານຕ່າງໆຂອງຂັ້ນເທິງ, ບັນດາເອກະ
ສານ 4 ເນື້ອໃນ 4 ຄາດໝາຍ ເພື່ອເຮັດໃຫ້ເຂົາເຈົ້າຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ເກັບກຳສະພາບການຢູ່ພື້ນຖານປະຊາຊົນ, ກຳເປົ້າໝາຍທີ່ເຄື່ອນໄຫວບໍ່ດີ, ຊ່ວຍປະຊາຊົນປ້ອງກັນບ້ານຊ່ອງ, ຊຸກຍູ້ທຳການຜະລິດ ແກ້ໄຂຊີວິດການເປັນຢູ່ ແລະ ອື່ນໆ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ; ໂອກາດດຽວກັນນີ້, ຕາງໜ້າໃຫ້ແຕ່ລະຫົວໜ່ວຍກົມກອງ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນຢ່າງກົງໄປກົງມາ ພ້ອມທັງວາງຄາດໝາຍໃນອີກ 5 ປີ ໃນຕໍ່ໜ້າໃຫ້ໄດ້ຕາມເປົ້າໝາຍ ທີ່ວາງໄວ້.
ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງເພີ່ມທະວີບົດບາດການນຳພາຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຊີ້ນຳພະນັກງານທີ່ລົງກໍ່ສ້າງຮາກຖານທີ່ປະຈຳໃນແຕ່ລະບ້ານເປັນເຈົ້າການ ຕິດຕາມເກັບກຳສະພາບການ ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ດີ, ເພື່ອກຽມຄວາມພ້ອມຕອບໂຕ້ກັບເຫດການທີ່ອາດຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານໃຫ້ທ່ວງທັນກັບເວລາ.
ຂ່າວ: ໂພຄຳ ພອນປະເສີດ
ພາບ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ