ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ກຳມະບານ​ຮາກ​ຖານ ໂຮງພິມ​ກອງທັບ
ເວລາອອກຂ່າວ: 2025-05-09 09:18:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2994 | ຄວາມນິຍົມ:



ວັນ​ທີ 8 ພຶດສະພາ 2025 ນີ້, ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ກຳມະ ບານ​ຮາກ​ຖານ ໂຮງພິມ​ກອງທັບ ໄດ້​ໄຂ​ຂຶ້ນ ແລະ ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ, ໂດຍ​ການ​ເປັນ​ປະທານ ຂອງ ​ສະຫາຍ ພັນ​ເອກ ບຸນ​ຄ່ອງ ອຸດ​ທະ​ຈັນ​ດີ ກຳມະການ​ຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ຫົວໜ້າ​ຫ້ອງການ​ກຳມະບານ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ກຳມະບານ​ຮາກ​ຖານ ແລະ ສະມາຊິກ​ກຳມະບານ-ກຳມະກອນ ໂຮງພິມ​ກອງທັບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ໝາຍ ພົນ​ທິ​ລາດ ປະທານ​ກຳມະບານ​ຮາກ​ຖານ ໂຮງພິມ​ກອງທັບ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເຊິ່ງ​ໃນ​ໄລຍະ 5 ປີຜ່ານມາ, ກຳມະບານ​ຮາກ​ຖານ ໂຮງພິມ​ກອງທັບ ໄດ້​ຖື​ເອົາ​ການ​ກໍ່ສ້າງ ແລະ ຄຸ້ມ​ຄອງ​ພະນັກງານ​ເປັນ​ວຽກ​ທີ່​ສຳຄັນ​ຕົ້ນຕໍ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ອີງ​ຕາມ ທິດ​ທາງ​ແຜນການ​ຂອງ​ກົມ​ກອງ ໃນ​ນັ້ນ, ວຽກ​ງານ​ປັບປຸງ ແລະ ກໍ່ສ້າງ​ພະນັກງານ ໄດ້​ຮັບ​ທຶນ​ໄປ​ຮຽນ​ວຽກ​ງານ​ກຳມະບານ 2 ທຶນ ຕາມ​ການ​ແບ່ງປັນ ຂອງ​ຫ້ອງການ​ກຳມະບານ​ກອງທັບ, ໄດ້​ສຳເລັດ​ການ​ເຝິກອົບຮົມ​ດ້ານ​ວິຊາ​ສະເພາະ ທີ່​​ກົມ​ກອງ​ໄດ້​ຈັດ​ຂຶ້ນ, ສຳເລັດ​ການ​ເຝິກອົບຮົມ​ວິຊາ​ສະເພາະ ທີ່ ​ສສ ຫວຽດນາມ ເປັນ​ເວລາ 1 ເດືອນ ມີ 3 ຄັ້ງ, ມີ​ຈຳນວນ​ພົນ​ທັງ​ໝົດ 26 ສະຫາຍ, ຍິງ 6 ສະຫາຍ. ນອກຈາກ​ນັ້ນ, ຍັງ​ມີ​ສະມາຊິກ​ກຳມະບານ-ກຳ ມະກອນ​ຈຳນວນ​ໜຶ່ງ​ໄປ​ຮຽນ​ຢູ່​ພາຍ​ໃນ​ດ້ວຍ​ທຶນ​ຕົນ​ເອງ. ດ້ານ​ວຽກ​ງານ​ວິຊາ​ສະເພາະ ແລະ ວຽກ​ງານ​ຂະ​ບວນ​ການ​ຕ່າງໆ ເຊັ່ນ: ອອກແຮງ​ງານ, ສ້ອມແປງ, ອະນາໄມ​ຄ້າຍ​ຄູ​ຕ່າງໆ ມີ 1.800 ແຮງ​ງານ, ສ້າງ​ຂະ​ບວນ​ການ​ກິລາ, ສີ​ລະ​ປະ-ວັນນ​​ະ​ຄະດີ ທີ່​ກົມ​ກອງ ແລະ ຂັ້ນ​ເທິງ​ຈັດ​ຂຶ້ນ ທັງ​ໝົດ 5 ຄັ້ງ, ມີ 240 ເທື່ອ​ຄົນ, ພິມ​ໜັງສືພິມ​ກອງທັບ 1.265 ຄັ້ງ ຈຳນວນ 733.700 ສະບັບ, ພິມ​ໜັງສືພິມ​ນັກຮົບ​ເກົ່າ ຈຳນວນ 30.000 ສະບັບ, ພິມ​ເອກະສານ​ປະເພດ​ເປັນ​ຫົວ ຈຳນວນ 151.305 ຫົວ, ພິມ​ປະຕິທິນ ຈຳນວນ 57.500 ຊຸດ. ກອງ​ປະຊຸມ ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ໃສ່​ບົດ​ລາຍ​ງານ​ທັງ​ສອງ​ພາກ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ພ້ອມ​ທັງ, ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ກຳມະບານ​ຮາກ​ຖານ ຊຸດ​ໃໝ່ ຈຳນວນ 5 ສະຫາຍ ເຊິ່ງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ເຫັນ​ດີ​ເປັນ​ເອກະ​ພາບ​ເລືອກ​ເອົາ​ຄະນະ​ກຳມະບານ​ຮາກ​ຖານ ຊຸດ​ໃໝ່ ປະກອບ​ມີ: ສະຫາຍ ພັນ​ໂທ ຄຳ​ຜິວ ພົມມະຈັນ ເປັນ​ປະທານ, ສະຫາຍ ພັນ​ໂທ ພອນ​ສະຫວັນ ພົມ​ເມືອງ ເປັນ​ຮອງ​ປະທານ, ສະຫາຍ ພັນ​ໂທ ບຸນ​ເພັງ ວັນນະ​ວົງ, ສະຫາຍ ພັນ​ໂທ ຄຳ​ກອນ ສີ​ວົງ​ໄຊ ແລະ ສະຫາຍ ພັນ​ໂທ ນາງ ຄຳ​ພັດ ເປັນ​ກຳມະການ. ໂດຍ: ຈອນ​ນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ