
ສະມາຄົມທີ່ປຶກສາທູດປ້ອງກັນຊາດຕ່າງປະເທດ ປະຈຳລາວ ເຄື່ອນໄຫວທັດສະນະສຶກສາ ແລະ ທ່ອງທ່ຽວ ຢູ່ ແຂວງຄຳມ່ວນ
ເວລາອອກຂ່າວ: 2025-05-09 09:20:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3909 | ຄວາມນິຍົມ:
ໃນລະຫວ່າງວັນທີ 6-8 ພຶດສະພາ 2025 ນີ້, ສະຫາຍ ພັນເອກ ວັນສົມ ສົມມຸງຄຸນ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດລາວ ໄດ້ນຳພາຄະນະສະມາຄົມທີ່ປຶກສາທູດປ້ອງກັນຊາດຕ່າງປະເທດປະຈຳ ສສປ ລາວ ເຄື່ອນໄຫວທັດສະນະສຶກສາ ແລະ ທ່ອງທ່ຽວຢູ່ແຂວງຄຳມ່ວນ. ການມາທັດສະນະສຶກສາ ແລະ ທ່ອງທ່ຽວຂອງຄະນະດັ່ງກ່າວໃນຄັ້ງນີ້, ໄດ້ເຂົ້າພົບປະຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຄຳມ່ວນ.
ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄຳມ່ວນ ໄດ້ລາຍງານໂດຍຫຍໍ້ໃຫ້ຊາບ ສະພາບທີ່ຕັ້ງ, ຈຸດພິເສດ ແລະ ສະຖານທີ່ທ່ອງທ່ຽວຂອງແຂວງຄຳມ່ວນ ໃນໄລຍະຜ່ານມາ, ພ້ອມກັນນັ້ນກໍໄດ້ຍົກໃຫ້ເຫັນສະພາບການເຄື່ອນໄຫວຂອງກອງບັນຊາການທະຫານແຂວງຄຳມ່ວນ ເຊິ່ງເປັນກຳລັງຫຼັກແຫຼ່ງໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຮັກສາເຂດນ້ຳແດນດິນໃນຂອບເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບໂດຍພື້ນຖານ ຄຽງຄູ່ກັນກັນນີ້, ກອງບັນຊາການທະຫານແຂວງຄຳມ່ວນຍັງໄດ້ສົມທົບກັບກອງສຸລະສັກມົນຕີ ກອງທັບ ແຫ່ງລາຊາອານາຈັກໄທ ໃນການຕ້ານ ແລະ ສະກັດກັ້ນ ບັນຫາອາດສະຍາກຳຂ້າມຊາດ ແລະ ອື່ນໆ ສາມາດຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີຕາມຊາຍແດນ ລາວ-ໄທ, ໄທ-ລາວ. ນອກຈາກນີ້, ກອງບັນຊາການແຂວງຄຳມ່ວນຍັງໄດ້ສ້າງເງື່ອນໄຂຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມນີ້, ຊຸກຍູ້ບັນດາກົມກອງທຳການຜະລິດໂດຍເລັ່ງໃສ່ການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ ແລະ ປະຕິບັດຫຼັກການພົວພັນກັບຕ່າງປະເທດໂດຍສະເພາະປະເທດເພື່ອນຍຸດທະສາດ ແລະ ປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດກັນໃຫ້ນັບມື້ສູງຂຶ້ນ. ຈາກນັ້ນ, ຄະນະທີ່ປຶກສາທູດປ້ອງກັນຊາດແຕ່ລະປະເທດ ໄດ້ມີຄຳຖາມເຈາະຈີ້ມ ແລະ ແລກປ່ຽນບົດຮຽນບາງບັນຫາສຳຄັນຢ່າງສ້າງສັນ ເພື່ອເປັນກໍລະນີສຶກສາ ເຮັດໃຫ້ຄະນະທີ່ປຶກສາທູດປ້ອງກັນຊາດຕ່າງປະເທດທີ່ມາປະຈຳການຢູ່ ສປປ ລາວ ເຂົ້າໃຈສະພາບຈຸດພິເສດຂອງແຂວງຄຳມ່ວນຫຼາຍຂຶ້ນ
ໂອກາດນີ້, ຄະນະທີ່ປຶກສາທູດປ້ອງກັນຊາດຕ່າງປະເທດປະຈຳລາວ ຍັງໄດ້ມອບຄອມພິວເຕີຈຳນວນ 1 ຊຸດ ໃຫ້ກັບກອງບັນຊາການທະຫານແຂວງຄຳມ່ວນ ນອກຈາກໄດ້ພົບປະກັບກອງບັນຊາການທະຫານແຂວງແລ້ວ ຍັງໄດ້ຢ້ຽມຊົມ ສະຖານທີ່ທ່ອງທ່ຽວພູຜາມ່ານ, ຖໍາ້ກອງລໍ, ຖໍ້ານາງແອ່ນ, ທ່າຝຣັ່ງ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆຂອງແຂວງຄຳມ່ວນຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ