ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ມິຖຸນາ 2025

  

ກອງປະຊຸມອົງການປົກຄອງເມືອງຫົງສາ ປະຈຳເດືອນເມສາ ແລະ ແຜນຈຸດສຸມ ປະຈໍາເດືອນພຶດສະພາ ປີ 2025
ເວລາອອກຂ່າວ: 2025-05-15 09:00:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1966 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງ ປະຈຳເດືອນເມສາ ແລະ ແຜນຈຸດສຸມ ປະຈໍາເດືອນພຶດສະພາ ປີ 2025 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານ ຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ ສູນບໍລິການປະຈຳເມືອງ, ທະນາຄານອ້ອມຂ້າງເມືອງ ແລະ ນາຍບ້ານໃນເທສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ແຫຼ້ ອ່ອນສົມບູນ ໄດ້ກ່າວເປີດກອງປະຊຸມ ບາງຕອນວ່າ: ໄລຍະ 1 ເດືອນຜ່ານມາ, ສະພາບການ ຂອງໂລກ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ກໍຄືສະພາບໃນປະເທດ ພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ພວມປະເຊີນກັບບັນຫາຄ່າເງິນກີບອ່ອນຕົວ, ເສດຖະກິດມີຄວາມຫຍຸ້ງຍາກ, ອັດຕາແລກປ່ຽນເງິນຕາ, ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແລະ ການລະບາດ ຂອງພະຍາດຕາມລະດູການໃນໄລຍະຜ່ານມາ ແລະ ບັນຫາຫຍໍ້ທໍ້ຕ່າງໆ ໃນສັງຄົມ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ລັດຖະບານ ແລະ ດ້ວຍຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ, ອົງການປົກຄອງເມືອງ, ຂັ້ນຕ່າງໆ ແລະ ຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມສະໜັບສະໜູນ ຂອງປະຊາຊົນບັນດາເຜົ່າ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄດ້ມີຄວາມພະຍາມຍາມຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກນານາປະການ ແລະ ມີຜົນສໍາເລັດທີ່ເປັນພື້ນຖານຈໍານວນໜຶ່ງ ໃນນັ້ນ, ສິ່ງສໍາຄັນເມືອງຫົງສາ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງເກີດຂຶ້ນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນພາຍໃນເມືອງ ເຫັນວ່າ ເປັນຂະບວນການ ແລະ ຟົດຟື້ນ. ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ແລະ ເປັນການສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບ ຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບ, ກົດໝາຍ, ບັນດາຄາດໝາຍຕ່າງໆ ຕາມໜ້າວຽກຈຸດສຸມແຕ່ລະຂະແໜງການວາງອອກ ມີຜົນສໍາເລັດຄືແນວໃດ ພ້ອມນີ້, ຜູ້ແທນກອງປະຊຸມໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນເດືອນຕໍ່ໄປ, ຮັບຟັງການລາຍງານວຽກງານຈາກຂະແໜງການຕ່າງໆ ອ້ອມຂ້າງເມືອງຈໍານວນໜຶ່ງ ແລະ ການປະກອບຄໍາຄິດເຫັນ ຂອງຜູ້ແທນກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນ, ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ຈຶ່ງສຳເລັດ. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ