
ເປີດຊຸດຮຽນວຽກງານຄຸ້ມຄອງອາວຸດ-ກະສຸນ
ເວລາອອກຂ່າວ: 2025-05-15 09:27:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4131 | ຄວາມນິຍົມ:
ວັນທີ 7 ພຶດສະພາ 2025 ນີ້, ຢູ່ໂຮງງານ ອ 674 ໄດ້ເປີດຊຸດຮຽນວຽກງານຄຸ້ມຄອງອາວຸດ-ກະສຸນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ບຸນທະໜອມ ສາຍຄຳຈັນ ຮອງກົມຄຸ້ມຄອງອາວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງງານ ອ 674, ໂຮງງານ ອ 410, ສາງ ອ 2, ໂຮງຮຽນສອນຂັບລົດ 404, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ບັນທະວີ ເພັງພົງສະຫວັນ ຫົວໜ້າອຳນວຍການໂຮງງານ ອ 674 ໄດ້ຜ່ານແຜນການ ການຮຽນ-ການສອນ ຊຸດຮຽນຄຸ້ມຄອງອາວຸດ-ກະສຸນ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ການຂາດເຂີນພະນັກງານຄຸ້ມຄອງອາວຸດ-ກະສຸນ ກໍຄືວິຊາສະເພາະເຕັກນິກອາວຸດ ຢູ່ບັນດາກອງພົນ, ທະຫານແຂວງ ແລະ ກອງພັນໃຫຍ່ ຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການເພື່ອເຮັດໃຫ້ວຽກງານເຕັກນິກອາວຸດ ແຕ່ລະກົມກອງໃຫ້ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນໄປເລື້ອຍໆ ເພື່ອປັບປຸງກໍ່ສ້າງກຳລັງປະກອບອາວຸດ ກໍຄືການກໍ່ສ້າງນາຍສາງຄຸ້ມຄອງອາວຸດຢຸດໂທປະກອນໃນທົ່ວກອງທັບ ໃຫ້ມີວິຊາສະເພາະເຕັກນິກທີ່ແນ່ນອນ, ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຮອບດ້ານ.
ໂອກາດນີ້, ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳນັກຮຽນຊຸດຄຸ້ມຄອງອາວຸດ-ຢຸດໂທອຸປະກອນ ຈົ່ງພ້ອມກັນສູ້ຊົນປະຕິ
ບັດແຜນການອົບຮົມກໍ່ສ້າງ ໃຫ້ປະສົບຜົນສຳເລັດຕາມແຜນການວາງອອກ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການເຝິກແອບຮ່ຳຮຽນການເມືອງ-ການທະຫານ, ນາຍຊ່າງວິຊາສະເພາະເຕັກນິກ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງໂຮງຮຽນວາງອອກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສີນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ ແລະ ເຂັ້ມແຂງທຸກດ້ານ ເພື່ອຮັບປະກັນໃນການຮຽນວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນດີ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ກາຍເປັນນັກວິຊາການທີ່ດີ. ພ້ອມນັ້ນ, ຍັງເປັນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃນທົ່ວກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ນັກຂ່າວ ອ674
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ