
ຍາມໃດ ທະຫານ ກໍຍອມເສຍສະຫຼະຄວາມສຸກສ່ວນຕົວ ເພື່ອຜົນປະໂຫຍດລວມຂອງຊາດ
ເວລາອອກຂ່າວ: 2025-05-15 09:35:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3745 | ຄວາມນິຍົມ:
ເມື່ອເວົ້າເຖິງ ອາຊີບທະຫານ ຫຼາຍຄົນອາດຈະຄິດວ່າ ສະໜຸກສຸກສະບາຍ ເພາະຄິດວ່າ ສະໄໝນີ້ບໍ່ມີສົງຄາມແລ້ວ ພຽງແຕ່ເຮັດວຽກຢູ່ຕາມກົມກອງ ແລະ ຜັດປ່ຽນກັນປ້ອງກັນເວນຍາມເທົ່ານັ້ນ, ແຕ່ທ່ານຮູ້ບໍ່ວ່າ ມີກຳລັງທະຫານຈຳນວນບໍ່ໜ້ອຍຕ້ອງສະໝັກໃຈຈາກຄອບຄົວ, ຄົນຮັກກັນ ເພື່ອໄປເຮັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ, ມີບາງມື້ຕ້ອງຍອນຝົນ, ຕາກແດດ, ບາງຄືນກໍບໍ່ໄດ້ນອນ ເຮັດວຽກທັງເວັນ ແລະ ຄືນ ເພື່ອຕິດຕາມ, ປ້ອງກັນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ການຄ້າຂາຍເຖື່ອນ, ການລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ອື່ນໆ ທີ່ເປັນປໍລະປັກຕໍ່ປະເທດຊາດ.
ໂດຍລວມແລ້ວ ປະເທດຊາດຂອງພວກເຮົາ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ດ້ານເສດຖະກິດ ມີການຂະຫຍາຍຕົວ. ຢ່າງໃດກໍຕາມ ກຳລັງທະຫານຍາມໃດ ກໍຕັ້ງໜ້າເຮັດໜ້າທີ່ກຽມພ້ອມສູ້ຮົບ ຕິດພັນກັບການກໍ່ສ້າງກຳລັງ ແລະ ສ້າງພະລາທິການໄປພ້ອມ ກັບ ການປະຕິບັດພາລະກິດ ປົກປັກຮັກສາປະເທດຊາດ ແມ່ນໜຶ່ງໃນສອງໜ້າທີ່ຍຸດທະສາດສໍາຄັນ ຂອງປະເທດພວກເຮົາ.
ພັກປະຊາຊົນປະຕິວັດລາວ ໄດ້ນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ ແລະ ຮອບດ້ານ ຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບັນຫາທີ່ເປັນໃຈກາງຕົ້ນຕໍແມ່ນເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ- ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດສັດຊື່ ຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ຂອງກຳລັງປະກອບອາວຸດປະຊາຊົນລາວຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າອົບຮົມ-ຫັດແອບ ສິລະປະຍຸດ, ຍຸດທະວິທີ ໃຫ້ມີຄວາມຊຳນານ ຕິດພັນກັບການຍົກລະດັບຄວາມສາມາດບັນຊາສູ້ຮົບທີ່ມີແບບແຜນທັນສະໄໝເປັນກ້າວໆ ໃນນີ້, ໄດ້ສ້າງກໍາລັງຫຼວງໃຫ້ເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ, ມີກຳລັງແຮງ ແລະ ຄວາມສາມາດສູ້ຮົບມີໄຊໃນທຸກສະຖານະການ; ສ້າງກໍາລັງທ້ອງຖິ່ນໃຫ້ເປັນຫົວໜ່ວຍສູ້ຮົບເຂັ້ມແຂງ ນອນຢູ່ໃນຍຸດທະສາດຂອງທ້ອງຖິ່ນ, ມີກຳລັງແຮງ ແລະ ມີຄວາມສາມາດປົກປັກຮັກສາທ້ອງຖິ່ນຂອງຕົນ; ສ້າງກໍາລັງກອງຫຼອນ-ກໍາລັງປ້ອງກັນຄວາມສະຫງົບບ້ານໃຫ້ມີຄວາມໜັກແໜ້ນ, ມີຄວາມສາມາດເຮັດໜ້າທີ່ເຄື່ອນໄຫວຮັກສາຄວາມສະຫງົບ, ຕອບຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງໄດ້ຈັດຕັ້ງປະຕິບັດຢ່າງຈິງຈັງ ໃນຊຸມປີຜ່ານມາ, ໄດ້ມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນ ທຳລາຍແຫຼ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍ ໄດ້ເປັນຈໍານວນຫຼວງຫຼາຍ.
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ເມື່ອບໍ່ດົນຜ່ານມານີ້, ກຳລັງທະຫານ ກອງທັບປະຊາຊົນລາວ ໄດ້ປະທະກັບກຸ່ມຄົນບໍ່ດີ ກໍຄືພວກຄ້າຂາຍຢາເສບຕິດ ຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງກຳລັງທະຫານ ກໍຕໍ່ສູ້ຢ່າງພິລາອາດຫານ ຈົນສາມາດຄວບຄຸມສະຖານະການໄວ້ໄດ້. ຈາກກໍລະນີທີ່ເກີດຂຶ້ນ ໄດ້ເຮັດໃຫ້ກຳລັງຝ່າຍເຮົາ ເສຍຊີວິດ ແລະ ບາດເຈັບຈຳນວນໜຶ່ງ. ນີ້ໄດ້ພິສູດ ແລະ ສະແດງໃຫ້ເຖິງນໍ້າໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ ສົມແລ້ວທີ່ເປັນທະຫານກ້າ, ເປັນທະຫານຂອງປະຊາຊົນ, ທະຫານທຸກສະຫາຍ ເມື່ອກ້າວເຂົ້າມາເປັນກຳລັງ ນັບແຕ່ວິນາທີນັ້ນເປັນຕົ້ນມາ ທະຫານພ້ອມທີ່ຈະອຸທິດຕົນເພື່ອປະເທດຊາດ ເຖິງຕົວຈະສະຫຼະຊີວິດແຕ່ຄຸນງາມຄວາມດີ ໄດ້ຈາລືກໄວ້ໃນໜ້າປະຫວັດສາດ ຂອງກອງທັບ ແລະ ຂອງຊາດລາວ ຕະຫຼອດໄປ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ