
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-05-15 10:42:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3290 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2025 ນີ້, ສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ໂດຍການເປັນປະທານ ຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານຄະນະບໍລິຫານງານ ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ, ປະທານ ປກຊ-ປກສ ແຂວງ, ມີສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫວັນ ກໍາມະການຄະນະບໍລິຫານງານ ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງ ພ້ອມຄະນະ ແລະ ຜູ້ແທນສົມບູນທົ່ວແຂວງສະຫວັນນະເຂດ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຫຼ້າ ເທບທອງແສນ ຮອງປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ໃນໄລຍະ 5 ປີຜ່ານມາ, ສະຫະພັນນັກຮົບເກົ່າແຂວງ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບການນຳພາໂດຍກົງ ຂອງອົງຄະນະພັກແຂວງ, ທັງເປັນເສນາທິການໃນການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ການຈັດຕັ້ງການເຄື່ອນໄຫວ ຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ ກ່ຽວກັບການຂົນຂວາຍເຕົ້າໂຮມຄວາມສາມັກຄີ ພາຍໃນຄຳຂວັນ 3 ດີ 6 ຮັກສາ, ຄະນະປະທານສະຫະພັນນັກຮົບເກົ່າແຂວງ ໄດ້ຖືສຳຄັນຕໍ່ວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວສະມາຊິກນັກຮົບເກົ່າທົ່ວແຂວງຢ່າງຕັ້ງໜ້າ,ປະຕິບັດມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງເຂັ້ມງວດ. ວຽກງານກໍ່ສ້າງພັກ ເວລາໃດ ກໍມີສະຕິ ແລະ ຢຶດໝັ້ນໃນ 5 ຫຼັກການ 3 ທິດນໍາ ຂອງພັກ-ລັດວາງອອກຢ່າງເຂັ້ມງວດ ເພື່ອເລັງໃສ່ສ້າງສະມາຊິກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຖືເອົາຄຸນນະພາບເປັນກົກ, ການເຄື່ອນໄຫວວຽກງານຂອງພັກປະຕິບັດຕາມຫຼັກການລວມສູນປະຂາທິປະໄຕ, ແບ່ງໃຫ້ບຸກຄົນຮັບຜິດຊອບ ນອກນັ້ນ, ຍັງໄດ້ເຜີຍແຜ່ ປະຕິບັດການແຂ່ງຂັນ 3 ດີ 6 ຮັກສາ ໄດ້ຮັບໃບຢັ້ງຢືນທັງໝົດ 3.072 ສະຫາຍ, ຍິງ 103 ສະຫາຍ, ເຜີຍແຜ່ຂະບວກການຮັກຊາດ ແລະ ພັດທະນາ ໄດ້ 12 ຄັ້ງ, ມີຜູ້ເຂົ້າຮ່ວມ 310 ຄົນ ແລະ ເຄື່ອງໄຫວ, ຊຸກຍູ້ວຽກງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ຄະນະ ແລະ ສະມາຊິກນັກຮົບເກົ່າໃນ 14 ເມືອງ, 1 ນະຄອນ ໄດ້ 3 ຄັ້ງ. ພ້ອມທັງ, ວາງທິດທາງແຜນການໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບປະສິດທິຜົນດີຂຶ້ນກວ່າເກົ່າ. ຈາກນັ້ນ, ສະຫາຍ ບົວສອນ ມະຫາວົງ ກໍາມະການຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານຜູ້ເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ພ້ອມທັງປະກາດລາຍຊື່ຜູ້ຮັບສະໝັກເລືອກຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ຊຸດໃໝ່. ພ້ອມນັ້ນ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ໂອ້ລົມ ແລະ ແນະນໍາໃຫ້ຜູ້ແທນສົມບູນແຕ່ລະສະຫາຍ ຈົ່ງເອົາໃຈໃສ່ໃນການປ່ອນບັດເລືອກຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ສະໄໝທີ V ໃຫ້ຖືກຕ້ອງຕາມເປົ້າໝາຍທີ່ຂັ້ນເທິງວາງອອກ.
ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງ ຊຸດໃໝ່ ໃນນັ້ນ, ເລືອກເອົາສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫວັນ ເປັນປະທານບໍລິຫານງານສະຫະພັນນັກຮົບເກົ່າແຂວງສະຫັວນນະເຂດ, ສະຫາຍ ພັນໂທ ແກ້ວ ຄຳບຸນເລີຍ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ພັນໂທ ສຸວັນ ເກດຕະວົງ ແລະ ສະຫາຍ ພັນໂທ ນາງ ຈັນສອນ ແລະ ສະຫາຍ ກອນລາວັນ ນວນແສງຈັນ ເປັນຮອງປະທານກວດກາ. ພ້ອມນີ້, ຍັງໄດ້ປະກາດການຮັບຮອງເອົາປະທານສະຫະພັນນັກຮົບເກົ່າ ຈຳນວນ 15 ສະຫາຍ ປະຈຳ 14 ເມືອງ, 1 ນະຄອນ ເປັນກຳມະການສະຫະພັນນັກຮົບເກົ່າແຂວງ.
ໃນໂອກາດນີ້, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນເລັດກອງປະຊຸມໃຫຍ່ຄັ້ງນີີ້ ພ້ອມທັງ ເໜັ້ນໜັກໃຫ້ຄະນະບໍລິຫານງານຊຸດໃໝ່ ແລະຜູ້ແທນສົມບູນທຸກສະຫາຍ ຈົ່ງພ້ອມກັນປະຕິບັດວຽກງານເປັນໝູ່ຄະນະ ເພື່ອສ້າງຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ, ທັງເປັນການຕ້ານແນວຄິດຫຍໍ້ທໍ້ ຂອງພະນັກງານສະມາຊິກນັກຮົບເກົ່າໃຫ້ມີແນວຄິດຄຸນທາດການເມືອງໜັກແໜ້ນ ພ້ອມທັງເປັນແບບຢ່າງໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສະມາຊິກສະຫະພັນນັກຮົບເກົ່າ ຢູ່ບັນດາກົມກອງຮາກຖານ ແລະ ໜ່ວຍຕ່າງໆ ທີ່ຂຶ້ນກັບ ໃຫ້ມີແນວຄິດອຸ່ນອ່ຽນທຸນທ່ຽງ ພ້ອມກັນປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ.
ໃນວັນດຽວກັນນີ້, ຄະນະປະທານ ແລະ ຄະນະກຳມະການສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຍັງໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມຮູ້ບຸນຄຸນ ແລະຄຸນງາມຄວາມດີ ຂອງບັນດາພະນັກງານ-ນັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ ເພື່ອປະເທດຊາດ ໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ຕື່ມອີກ.
ໂດຍ: ຄຳໃສ
ພາບໂດຍ: ພານິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ