
ມອບ-ຮັບໜ້າທີ່ ຫົວໜ້າການທະຫານ ແລະ ຫົວໜ້າພະລາທິການ ກອງພັນ 416 ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2025-05-16 09:25:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2634 | ຄວາມນິຍົມ:
ວັນທີ 6 ພຶດສະພາ 2025 ນີ້, ກອງພັນ 416 ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າການທະຫານ ແລະ ຫົວໜ້າພະລາທິ
ການ ກອງພັນ 416 ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນ ວິໄລແກ້ວ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 302, ມີສະຫາຍ ພັນໂທ ວຽງໄຊ ດາພັນ ຫົວໜ້າການເມືອງ ກອງພັນ 416, ມີຄະນະພັກ-ຄະນະບັນຊາກອງພັນ, ພະແນກການທີ່ກ່ຽວຂ້ອງ, ກອງຮ້ອຍ, ໝວດ
ທີ່ຂຶ້ນກັບ ກອງພັນ 416 ເຂົ້າຮ່ວມ.
ສະຫາຍ ພັນຕີ ພູວັນ ພົມມະວົງ ຫົວໜ້າການທະຫານ (ຜູ້ເກົ່າ) ແລະ ສະຫາຍ ຮ້ອຍເອກ ວິລັດໄຊ ບຸດດາເຮືອນ ຮອງຫົວໜ້າການທະຫານ, ຜູ້ຮັບຜິບຊອບວຽກງານພະລາທິການ ກອງພັນ 416 (ຜູ້ເກົ່າ) ໄດ້ຜັດປ່ຽນກັນສະຫຼຸບ
ການນຳພາ-ຊີ້ນຳ ໃນຂົງເຂດວຽກງານການທະຫານ ແລະ ວຽກງານພະລາທິການ ເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອ່ອນ
ແລະ ບາງບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະຜ່ານມາ. ຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພັນຕີ ພູວັນ ພົມມະວົງ ຫົວໜ້າການທະຫານ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ສີສັກສີດ ອິນສີຊຽງໃໝ່ ຫົວໜ້າການທະຫານ (ຜູ້ໃໝ່) ແລະ ສະຫາຍ ຮ້ອຍເອກ ວິລັດໄຊ ບຸດດາເຮືອນ ຮອງຫົວໜ້າການທະຫານ ຜູ້ຮັບຜິດຊອບວຽກງານພະລາທິການ (ຜູ້ເກົ່າ) ແລະ ສະຫາຍ ພັນຕີ ບຸນໄຊ ອຸ່ນສັງ ຫົວໜ້າພະລາທິການ ກອງພັນ 416 (ຜູ້ໃໝ່),
ໂດຍຊ່ອງໜ້າ ສະຫາຍ ພັນໂທ ບຸນ ວິໄລແກ້ວ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາ ກອງພັນ, ພະແນກການທີ່ກ່ຽວຂ້ອງ, ກອງຮ້ອຍ, ໝວດ ທີ່ຂຶ້ນກັບກອງພັນ 416 ເຂົ້າຮ່ວມເປັນສັກຂີພິຍານ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ