ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກະຊວງ​ແຜນການ ແລະ ການ​ລົງທຶນ ​ມອບ​ເງິນ​ອຸປະຖຳ​ ໃຫ້​ຫ້ອງການ​ຊາວ​ໜຸ່ມ​ກອງທັບ
ເວລາອອກຂ່າວ: 2025-05-16 09:26:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2729 | ຄວາມນິຍົມ:



ໃນ​ວັນ​ທີ 15 ພຶດສະພາ 2025 ນີ້, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກະຊວງ​ແຜນການ ແລະ ການ​ລົງທຶນ ນຳ​ໂດຍ ສະຫາຍ ​ປອ ວັນ​ທະ​ນາ ນໍລິນ​ທາ ຫົວໜ້າ​ກົມ​ສົ່ງເສີມ​ການ​ລົງທຶນ, ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກະຊວງ​ແຜນການ ແລະ ການ​ລົງທຶນ ພ້ອມ​ດ້ວຍ​ຄະນະ ໄດ້​ມອບ​ເງິນ​ອຸປະຖຳ ຈຳນວນ 10.000.000 ກີບ ໃຫ້​ແກ່​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ເພື່ອ​ປະກອບສ່ວນ​ຊຸກຍູ້​ໃຫ້​ກຳລັງ​ໃຈ ພະນັກງານ-ນັກຮົບ ທີ່​ກຳລັງ​ປະຕິບັດ​ໜ້າທີ່ ຢູ່ ແຂວງບໍ່ແກ້ວ ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ພ້ອມດ້ວຍຄະນະ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ຕາງໜ້າ​ຄະນະ​ນຳ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ກໍ​ຄື ​ພະນັກງານ-ນັກຮົບ​ໃນ​ຖັນ​ແຖວ​ກອງທັບ ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ຕໍ່ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ ກະ ຊວງ​ແຜນການ ແລະ ການ​ລົງທຶນ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນຂອງ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ປັດ​ໄຈ​ດັ່ງກ່າວ ໄປມອບຕໍ່ໃຫ້ພະນັກງານ-ນັກຮົບທີ່​ໄດ້​ຮັບບາດເຈັບ ຈາກການປະຕິບັດໜ້າທ່ີ ແລະ ຜູ້​ທີ່​ກຳລັງ​ປະຕິບັດ​ໜ້າທີ່ຢູ່ແຂວງບໍ່ແກ້ວ ໃຫ້​ມີ​ຄວາມ​ແທດເໝາະ ແລະ ສ່ອດ​ຄອງ. ໂດຍ: ນາງ ໜູ​ແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ