ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

5 ປີຜ່ານມາ ສະຫະພັນ​ແມ່ຍິງ​ກອງທັບ ສ້າງ​ໄດ້​ຜົນສຳເລັດ​ຫຼາຍ​ດ້ານ
ເວລາອອກຂ່າວ: 2025-05-16 09:31:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2543 | ຄວາມນິຍົມ:



ເບິ່ງ​ຄືນ​ການຈັດຕັ້ງຜັນຂະ ຫຍາຍມະຕິ​ກອງ​ປະຊຸມ​ຜູ້​ແທນ ​ສະຫະພັນ​ແມ່ຍິງ​ທົ່ວ​ກອງທັບ ຄັ້ງ​ທີ VIII ໃນ​ໄລຍະ 5 ປີຜ່ານ ມາ, ໂດຍ​ສັງ​ລວມ​ແລ້ວ ເຫັນວ່າ ໄດ້​ຮັບການຈັດຕັ້ງ​ປະຕິບັດ​ມີ​ ໝາກຜົນ​ຕົວ​ຈິງ ແລະ ສ້າງ​ໄດ້ ຜົນ​ງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ, ບົນ​ພື້ນຖານເອື້ອຍ​ນ້ອງ​ສະຫະພັນ​ແມ່ຍິງ​ທົ່ວ​ກອງທັບ ໄດ້​ເອົາໃຈໃສ່​ສຸມ​ເຫື່ອແຮງ, ສະຕິ​ປັນຍາ ແລະ ຄວາມ​ຮັບຜິດຊອບໃນ​ການ​ປະ ຕິບັດ​ໜ້າທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້​ປະເທດ​ຊາດມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ, ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່ເນື່ອງ, ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປັບ ປຸງ​ດີ​ຂຶ້ນ, ເຮັດ​ໃຫ້​ຄວາມ​ສະເໝີ ພາບ​ລະຫວ່າງ ຍິງ-ຊາຍ ຢູ່​ໃນ​ຄອບຄົວ ແລະ ສັງຄົມ ກາຍເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ. ອີງໃສ່​ບົດ​ລາຍ​ງານ​ການເມືອງ​ທີ່ ສະຫາຍ ພົນ​ຈັດຕະວາ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ ຍິງ​ລາວ, ຫົວໜ້າ​ຫ້ອງການ​ສະ ຫະພັນ​ແມ່ຍິງ​ກອງທັບ ລາຍ​ງານ​ຕໍ່​ກອງ​ປະຊຸມ​ຜູ້​ແທນ​ສະຫະພັນ​ ແມ່ຍິງທົ່ວ​ກອງທັບ ຄັ້ງ​ທີ IX ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ 5 ປີ ຜ່ານມາ, ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາຄະນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນໃນ​ທົ່ວ​ກອງທັບ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ ຜູ້​ແທນ​ສະຫະພັນ​ແມ່ຍິງ​ທົ່ວ​ກອງທັບ ຄັ້ງ​ທີ VIII ເຊິ່ງ​ໄດ້​ຫັນ​ເປັນ​ແຜນການ​ອັນ​ລະອຽດ, ສອດຄ່ອງ​ກັບ​ເງື່ອນໄຂ ແລະ ສະພາບ​ຄວາມ​ເປັນ​ຈິງຂອງ​ ສະຫະພັນ​ແມ່ຍິງ​ບັນດາ​ກົມກອງ​ ຮາກ​ຖານ ສາມາດ​ສ້າງ​ໄດ້​ຜົນ ສຳເລັດ​ຫຼາຍ​ດ້ານ ໃນ​ນີ້, ອັນ​ຕົ້ນຕໍ​ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນ​ກົກ, ເຮັດ​ດ້ວຍ​ຫຼາຍ​ຮູບ​ການ, ແທດ​ເຖິງ​ແຕ່​ລະ​ເປົ້າ​ໝາຍ, ສອດຄ່ອງ​ກັບ​ເງື່ອນໄຂ​ຕົວ​ຈິງ ເຮັດ​ໃຫ້​ຄະ ນະ​ນຳ​ແມ່ຍິງ ຕະຫຼອດ​ຮອດສະ ມາຊິກ​ແມ່ຍິງໃນ​ກອງທັບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ແນວ​ຄິດ​ອຸ່ນ​ອຽນ ທຸ່ນ​ທ່ຽງ, ມີ​ສະຕິ​ລະວັງ​ຕົວ​ຕໍ່ ກົນອຸບາຍ​ຂອງ​ກຸ່ມ​ຄົນ​ບໍ່​ດີ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ຮັກສາ​ວັດ ທະນະທຳ​ອັນ​ດີງາມ​ຂອງ​ຊາດ, ເສີມ​ຂະຫຍາຍ​ໄດ້​ຄຸນ​ລັກສະນະ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່ຍິງ​ລາວ, ໄດ້​ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ ແລະ ມີ​ຄວາມ​ເຕີບໃຫຍ່​ ເຂັ້ມແຂງ ສາມາດ​ເຄື່ອນ​ໄຫວ ​ຕາມ​ພາລະ​ບົດບາດ​ຂອງ​ແມ່ຍິງ​ຢ່າງ​ແຂງແຮງ. ປັດຈຸບັນການ ຈັດຕັ້ງ​ສະຫະພັນ​ແມ່ຍິງ​ກອງທັບ ມີ​ພະ​ແນກ​ສະຫະພັນ​ແມ່ຍິງ​ຢູ່​ບັນດາ​ກົມ​ກອງ​ກຳລັງ​ຫຼວງ 21 ພະ​ແນກ, 15 ຂະແໜງ ແລະ 1 ໜ່ວຍ​ເອກະລາດ, ມີ 4 ຮາກ​ຖານ, ມີ​ໜ່ວຍ​ສະຫະພັນ​ແມ່ຍິງ​ຂຶ້ນ​ກັບ​ຮາກ​ຖານ 551 ໜ່ວຍ ໃນ​ນັ້ນ, ແຕ່ງຕັ້ງ​ເພີ່ມ​ໃໝ່ 2 ພະ​ແນກ, 1 ຂະແໜງ (ເນື່ອງ​ຈາກ​ເປັນ​ກົມ​ກອງ​ສ້າງຕັ້ງ​ໃໝ່), ມີ​ສະມາຊິກ​ແມ່ຍິງ​ທັງ​ໝົດ 14.218 ສະຫາຍ, ເປັນ​ສະມາຊິກ​ສະຫະພັນ​ແມ່ຍິງ 13.791 ສະຫາຍ, ຂະຫຍາຍ​ໃໝ່ 11 ສະຫາຍ, ເປັນ​ສະມາຊິກ​ພັກ​ສົມບູນ 8.578 ສະຫາຍ, ສະມາຊິກ​ພັກ​ສຳຮອງ 639 ສະຫາຍ, ສະມາຊິກ​ຊາວ​ໜຸ່ມ 7.815 ສະຫາຍ, ສະມາຊິກກຳ ມະບານ 1.355 ສະຫາຍ, ກຳ ລັງ​ທ້ອງຖິ່ນ​ປະກອບ​ມີ 18 ພະ​ແນກ, ມີ​ສະມາຊິກ​ແມ່ຍິງ 5.786 ສະຫາຍ, ດ້ວຍ​ຄວາມ​ຮູ້​ຄວາມ​ສາມາດ ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ ເອື້ອຍ​ນ້ອງ​ແມ່ຍິງ ໄດ້​ຮັບ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າທີ່ເປັນ​ເລຂາ-ຮອງ​ເລຂາ ແລະ ກຳມະການ​ຄະນະ​ພັກ​ຮາກ​ຖານ​ລວມ 12 ສະຫາຍ, ເປັນ​ເລຂາ-ຮອງ​ເລຂາ ແລະ ຄະນະ​ໜ່ວຍ​ພັກ 457 ສະຫາຍ, ເປັນ​ຫົວໜ້າ ຮອງ​ຫົວໜ້າ​ຫ້ອງການ 10 ສະຫາຍ, ຫົວໜ້າ​ພະ​ແນກ-ຮອງ​ຫົວໜ້າ​ພະ​ແນກ 503 ສະ ຫາຍ, ຫົວໜ້າ​ຂະແໜງ ຮອງ​ຫົວໜ້າ​ຂະແໜງ 849 ສະຫາຍ ແລະ ພະນັກງານ​ວິຊາ​ການ​ຂັ້ນ​ຕ່າງໆ 4.247 ສະຫາຍ; ຄະນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ໄດ້​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ ໃຫ້​ສະມາຊິກ​ແມ່ຍິງໄດ້​ຮັບ​ການ​ພັດທະ​ນາ ເປັນຕົ້ນການ​ສ້າງ​ແຜນ​ກຳນົດ​ສ້າງ​ພະນັກງານ​ເພດ ​ຍິງ​ສືບ​ທອດ​ປ່ຽນ​ແທນ​ວຽກ​ງານ​ແມ່ຍິງ​ໃຫ້​ໄດ້​ສາມ​ຮຸ່ນ (ຮຸ່ນ​ອາວຸໂສ, ຮຸ່ນ​ກາງ ແລະ ຮຸ່ນ​ໜຸ່ມ), ການ​ບຳລຸງ​ຍົກ​ລະດັບ​ທາງ​ດ້ານ​ທິດ​ສະ​ດີ​ການເມືອງ-ການ​ປົກຄອງ, ວິຊາ​ສະເພາະ ແລະ ພາສາ​ຕ່າງປະເທດ ດ້ວຍ​ຫຼັກສູດ​ໄລຍະ​ສັ້ນ ແລະ ກໍ່ສ້າງ​ໄລຍະ​ຍາວ, ທັງ​ພາຍ​ໃນ ແລະ ຕ່າງປະເທດ, ຄະນະ​ນຳ​ແມ່ຍິງ ໄດ້​ໄປ​ຍົກ​ລະດັບ​ວຽກ​ງານ​ສະ ຫະພັນ​ແມ່ຍິງ ທັງ​ພາຍ​ໃນ ແລະ ຕ່າງປະເທດ ເຝິກອົບຮົມ​ໄລຍະ​ສັ້ນ ຢູ່ ​ສສ ຫວຽດນາມ 4 ຄັ້ງ​ມີ 61 ສະຫາຍ, ເຝິກອົບຮົມ​ວຽກ​ງານ​ບໍລິຫານ​ຫ້ອງການ, ວຽກ​ງານ​ຊາວ​ໜຸ່ມ, ວຽກ​ງານ​ກຳມະບານ, ວຽກ​ງານ​ພິ​ພິ​ທະ​ພັນ​ປະຫວັດສາດ, ວຽກ​ງານສື່​ ມວນ​ຊົນ ແລະ ອື່ນໆ ຢູ່ ​ສສ ຫວຽດນາມ 18 ຄັ້ງ ມີ 460 ສະຫາຍ, ເຝິກອົບຮົມ​ວຽກ​ງານ​ພິ ທີການ 5 ຄັ້ງ, ໄປ​ທັດສະນະ​ສຶກ​ສາ​ແລກປ່ຽນ​ບົດຮຽນ ແລະ ສ້າງ​ກິດຈະກຳ​ຕ່າງໆ ນຳ​ສະຫະພັນ​ແມ່ຍິງ​ບັນດາ​ກະຊວງ​ແຮກສ່ຽວ 38 ຄັ້ງ, ເຝິກອົບຮົມ​ວຽກ​ງານ​ສະຫະພັນ​ແມ່ຍິງ, ວຽກ​ງານ​ວິຊາ​ຊີບ​ໃນ​ຫົວຂໍ້​ຕ່າງໆ ໃຫ້​ຄະນະ​ນຳ​ແມ່ຍິງ ແລະ ສະມາຊິກ​ແມ່ຍິງ ຢູ່​ຂັ້ນ​ກະຊວງ ແລະ ບັນດາ​ກົມ​ກອງ​ຮາກ​ຖານ 38 ຄັ້ງ. ວຽກ​ງານ​ນະໂຍບາຍ-ຍ້ອງຍໍ ຄະນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ໄດ້​ປະສານ​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາຄົ້ນຄວ້າ​ປະຕິບັດ​ນະໂຍບາຍ, ຄົ້ນຄວ້າ​ຍ້ອງຍໍ​ຜົນງານ, ເລື່ອນ​ຊັ້ນ, ເລື່ອນ​ໜ້າທີ່ຕໍ່​ຜູ້​ທີ່​ມີ​ຄວາມ​ຫ້າວຫັນ ແລະ ມີ​ຜົນງານ, ເຄື່ອນ​ໄຫວ​ຢ້ຽມຢາມ, ອວຍພອນ​ຄະນະ​ນຳ​ແຕ່​ລະ​ຂັ້ນ, ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ເນື່ອງ​ໃນ​ໂອກາດ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ, ໄດ້​ຊ່ວຍເຫຼືອ​ເບິ່ງແຍງ​ເຊິ່ງ​ກັນ ແລະ ກັນ ໃນ​ເວລາ​ພົບ​ຄວາມ​ຫຍຸ້ງຍາກ, ເຈັບເປັນ​ນອນ​ໂຮງ ໝໍ, ເສຍ​ຊີວິດ, ອັກຄີ​ໄພ ແລະ ອື່ນໆ, ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 75 ປີ, ເອື້ອຍ​ນ້ອງ​ແມ່ຍິງໄດ້​ຮັບ​ການ​ຍ້ອງຍໍ​ປະເພດຫຼຽນ​ໄຊ​ອິດສະຫຼະ​ຊັ້ນ II ມີ 23 ສະຫາຍ, ຊັ້ນ III ມີ 1.468 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ມີ 2.482 ສະຫາຍ, ຊັ້ນ III ມີ 3.428 ສະຫາຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II ມີ 56 ສະຫາຍ, ຊັ້ນ III ມີ 257 ສະຫາຍ, ຫຼຽນ​ກາ​ແຮງ​ງານ 2.614 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 1.415 ສະ ຫາຍ, ໃບ​ຍ້ອງຍໍກະຊວງ​ປ້ອງ​ກັນ​ປະເທດ 956 ສະຫາຍ ແລະ ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 689 ສະຫາຍ, ເປັນ​ຄັ້ງ​ປະຫວັດສາດ​ຂອງ​ກອງທັບ ໃນ​ປີ 2024 ນາຍ​ທະຫານ​ເພດ​ຍິງໄດ້​ຮັບ​ການ​ເລື່ອນ​ຊັ້ນ ພົນ​ຈັດຕະວາ 3 ສະຫາຍ. ວຽກ​ງານ​ປົກ​ປ້ອງ​ສິດຜົນປະ ໂຫຍດ​ຂອງ​ແມ່ຍິງ-ເດັກນ້ອຍ ອົງ​ການຈັດຕັ້ງ​ສະຫະພັນແມ່ຍິງ ໄດ້​ເປັນ​ຕົວ​ແທນ​ປົກ​ປ້ອງ​ສິດຜົນ ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ແມ່ ຍິງ ແລະ ເດັກນ້ອຍ ຜ່ານ​ມາ​ໄດ້​ປຸກລະດົມ​ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ ເປັນ​ເຈົ້າ​ການຈັດຕັ້ງ​ເຊື່ອມ​ຊຶມບັນດາ​ເອກະສານ​ທີ່​ພົວ ພັນ​ເຖິງ​ສິດຜົນປະໂຫຍດ​ຂອງ​ແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນ​ແມ່ນກົດໝາຍ​ ວ່າ​ດ້ວຍ​ການ​ຕ້ານ ແລະ ສະກັດ​ກັ້ນ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກນ້ອຍ, ສົນທິສັນຍາ​ສາກົນ ແລະ ອື່ນໆ ລວມ 138 ຄັ້ງ, ວຽກ​ງານ​ການ​ສົ່ງເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ແລະ ຄວາມ​ສະເໝີພາບ​ ຍິງ-ຊາຍ, ວຽກ​ແມ່ ແລະ ເດັກ ສະມາຊິກ​ແມ່ຍິງ​ໄດ້​ບຸກບືນ, ຊອກ​ຮູ້​ຮໍ່າຮຽນ​ເພື່ອ​ຍົກ ລະ​ດັບຄວາມ​ຮູ້​ຄວາມ​ສາມາດ ທາງ​ດ້ານ​ທິດ​ສະ​ດີ​ການເມືອງ-ການ​ປົກຄອງ, ວິຊາ​ສະເພາະ, ພາ ສາ​ຕ່າງປະເທດ ແລະ ວິຊາຊີບ​ ອື່ນໆ, ເປັນ​ຕົວ​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນຳ​ຄະນະ​ກຳມາ​ທິ​ການ​ແຫ່ງ​ຊາດ ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ-ເດັກນ້ອຍ, ກອງ​ປະຊຸມ​ຜ່ານ​ຮ່າງ​ຄູ່​ມື​ແຫ່ງ​ຊາດ ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເດັກ ແລະ ໄວ​ໜຸ່ມ​ຂອງ ​ສປປ ລາວ 8 ຄັ້ງ, ຈັດ​ກິດຈະກຳ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນເດັກນ້ອຍ​ສາກົນ ຢູ່​ຂັ້ນ​ກະຊວງ ແລະ ກົມ​ກອງ​ຮາກ​ຖານ 55 ຄັ້ງ, ໄດ້​ຊ່ວຍ​ອຸປະກອນ​ການ​ຮຽນ​ໃຫ້​ນັກຮຽນ​ຢູ່​ໂຮງຮຽນ ເຂດ​ພັດທະນາ​ຈຸດ​ສຸມ​ຄັງ​ວຽງ ແລະ ອື່ນໆ ຈຳນວນ 4 ຄັ້ງ, ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົ້ນຄວ້າ​ຮ່າງ​ກົດໝາຍ​ຄວາມສະ ເໝີພາບ ຍິງ-ຊາຍ, ຮ່າງ​ຄູ່​ມືແຫ່ງ ​ຊາດ​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເດັກ ແລະ ໄວ​ໜຸ່ມ​ຂອງ ​ສປປ ລາວ 4 ຄັ້ງ, ສ້າງ​ຂະບວນ ​ການ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະ ພາບ ແລະ ແຂ່ງຂັນ​ກິລາ​ປະເພດ ​ຕ່າງໆ ໃນ​ໂອກາດ​ລະນຶກ​ວັນສາ ກົນ ເພື່ອ​ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ຢູ່​ຂັ້ນ​ກະຊວງ 5 ຄັ້ງ ແລະ ກົມ​ກອງ​ຮາກ​ຖານ 156 ຄັ້ງ. ວຽກ​ງານ​ພັດທະນາ​ຊີວິດ​ ການ​ເປັນ​ຢູ່​ຂອງ​ແມ່ຍິງ​ໃນ​ກອງ ທັບ ໂດຍ​ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ ໃນ​ການ​ຍົກ​ສູງ​ນໍ້າໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ເທື່ອ​ລະ​ກ້າວ, ຄະ ນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ໄດ້​ເປັນ​ເຈົ້າ​ການ​ສົມທົບກັບ​ ຄະນະ​ພັກ-ຄະນະ​ບັນຊາ ເອົາໃຈ ໃສ່​ປຸກລະດົມ​ເອື້ອຍ​ນ້ອງ​ແມ່ຍິງ ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ກົມ​ກອງ​ທ້ອງຖິ່ນ ເປັນຕົ້ນການ​ສ້າງ​ເສດຖະກິດ​ຄອບຄົວ ດ້ວຍ​ການ​ປູກຝັງ-ລ້ຽງສັດ, ຕໍ່າຫູກ​ທໍ​ໄໝ, ຈັກສານ ແລະ ຄ້າຂາຍ​ທີ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ບາງ​ຄອບຄົວ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 20 ລ້ານ ເຖິງ 100 ລ້ານ​ກີບ​ຕໍ່​ປີ ເຊິ່ງ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ເອື້ອຍ​ນ້ອງ​ແມ່ຍິງດີ​ຂຶ້ນ​ເທື່ອ​ລະ​ກ້າວ, ໄດ້​ກາຍເປັນ​ບຸກຄົນ ແລະ ຄອບຄົວ​ຕົວ​ແບບ 379 ຄອບຄົວ ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຈັດ​ຕັ້ງ​ກຸ່ມ​ທ້ອນ​ເງິນ​ພັດທະນາ ແລະ ກຸ່ມ​ທ້ອນ​ເງິນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ພາຍ​ໃນ​ແຕ່​ລະ​ກົມ​ກອງຕາມ​ເງື່ອນໄຂ​ຕົວ​ຈິງ ມາ​ຮອດ​ປັດຈຸບັນ ມີກຸ່ມທ້ອນ ​ເງິນ​ພັດທະນາ​ແມ່ຍິງ​ທັງ​ໝົດ 100 ກຸ່ມ, ມີ​ສະມາຊິກ​ກຸ່ມ​ທ້ອນ​ເງິນ​ທັງ​ໝົດ 24.501 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 52.789.028.059 ກີບ, ກຸ່ມ​ທ້ອນ​ເງິນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ປະກອບ​ມີ​ສະມາຊິກ​ກຸ່ມ​ທ້ອນ ເງິນ 689 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 1.294.622.400 ກີບ, ເງິນ​ຈຳນວນ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ຄວາມ​ຮັບຜິດຊອບຂອງ​ຄະນະ​ ນຳ​ສະຫະພັນ​ແມ່ຍິງບັນດາກົມ ​ກອງ​ຮາກ​ຖານ​ທົ່ວ​ກຳລັງຫຼວງ 38 ກົມ​ກອງ, ເພື່ອ​ປ່ອຍ​ໃຫ້​ສະມາ ຊິກ​ກູ້​ຢືມ​ໄປ​ສ້າງ​ເສດຖະກິດ​ແກ້​ ໄຂ​ຊີວິດ​ການ​ເປັນ​ຢູ່ ຕາມຄວາມ ​ເໝາະ​ສົມ​ຂອງ​ແຕ່​ລະ​ຄອບຄົວ. ດ້ານ​ການຈັດຕັ້ງ​ປະຕິບັດ​ເນື້ອ​ ໃນ​ຂໍ້​ແຂ່ງຂັນ 3 ດີ ໄດ້​ສຸມ​ປຸກ ລະດົມ​ຊຸກຍູ້​ການຈັດຕັ້ງ​ປະຕິບັດ, ຕິດຕາມ​ກວດກາ, ປະ​ເມີນ​ຜົນ, ສະຫຼຸບ​ຖອດ​ຖອນ​ບົດຮຽນ ແລະ ສືບຕໍ່​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ໃນ​ແຕ່​ລະ​ປີ​ຢ່າງ​ຕໍ່​ເນື່ອງ ໂດຍ​ຖື​ເອົາ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຕິດ​ພັນ​ກັບ​ມະຕິ​ ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ນຳ​ເອົາ​ເນື້ອ​ໃນ​ດັ່ງກ່າວ ເປັນ​ເນື້ອ​ໃນ​ການ​ດຳລົງ​ຊີວິດ​ການເມືອງ ທັງ​ເປັນ​ບ່ອນ​ອີງ​ໃນ​ການ​ຕີ​ລາຄາ​ຄັດ​ເລືອກ​ປະເພດ​ສະ ມາຊິກ​ສະຫະພັນ​ແມ່ຍິງ​ ປະຈຳ​ເດືອນ, ໄຕ​ມາດ ແລະ ປະຈຳ​ປີ. ໃນ​ໄລຍະ 5 ປີຜ່ານມາ ສາມາດ​ຄັດ​ເລືອກ​ພົນລະເມືອງດີ​ໄດ້ 11.450 ສະຫາຍ, ພັດທະນາ​ດີ 10.213 ສະຫາຍ, ສ້າງ​ຄອບຄົວ​ດີ 8.298 ສະຫາຍ, ບຸກຄົນ 3 ດີ ປະເພດ I ມີ 9.706 ສະຫາຍ, ບຸກຄົນ 3 ດີ ປະເພດ II ມີ 1.680 ສະຫາຍ, ບຸກຄົນ​ຕົວ​ແບບ 540 ສະຫາຍ, ຄອບຄົວຕົວ​ແບບ 379 ຄອບຄົວ, ພະແນກ, ຂະແໜງ, ໜ່ວຍ 3 ດີ 483 ໜ່ວຍ, ກົມ​ກອງ 3 ດີ 456 ກົມ​ກອງ. ວຽກ​ງານ​ປຸກລະດົມ​ແມ່ຍິງ​ເຂົ້າ​ຮ່ວມ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໄດ້​ເອົາໃຈໃສ່​ປຸກລະດົມ​ສະມາຊິກ​ສະຫະພັນ​ແມ່ຍິງ ໃຫ້​ມີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ໃນ​ທຸກ​ຮູບ​ແບບ, ການ​ຮັບ​ຂໍ້​ມູນ​ຂ່າວສານ​ຢ່າງ​ມີ​ການ​ເລືອກເຟັ້ນ, ຕ້ານ ແລະ ສະກັດ ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ໃນ​ສະມາ ຊິກ​ແມ່ຍິງ, ຄອບຄົວ, ອະນຸລັກ​ ຮັກສາ​ຮີດຄອງ​ປະເພນີ​ອັນ​ດີ ງາມ​ຂອງ​ຊາດ, ຂອງ​ແມ່ຍິງ ລາວ, ໄດ້​ຮ່ວມ​ກັບ​ຄອບຄົວ​ການ​ນຳ​ຂັ້ນ​ສູງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ລະດົມ​ເຄື່ອງ​ຕ້ອນ​ຂອງຝາກ​ຈາກ​ສະຫະພັນ​ແມ່ຍິງ​ບັນດາ​ກະຊວງ​ແຮກສ່ຽວ, ຄະນະ​ນຳ​ແມ່ຍິງ​ກອງທັບ​ແຕ່​ລະ​ຂັ້ນ ແລະ ພາກສ່ວນ​ລັດ​ວິ​ສາ​ຫະ​ກິດ​ທັງ​ພາກ​ລັດ ແລະ ເອກະ​ຊົນ, ຫ້າງ​ຮ້ານ​ຕ່າງໆ ປະກອບສ່ວນ​ຊຸກຍູ້​ທາງ​ດ້ານ​ວັດຖຸ​ປັດ​ໄຈ ສົ່ງ​ໃຫ້​ພະນັກງານ-ນັກຮົບ​ທີ່​ພວມ ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ຫ່າງໄກ​ ຊອກ​ຫຼີກ ຈຳນວນ 28 ຄັ້ງ ລວມ​ ມູນ​ຄ່າ 662.219.000 ກີບ, ປະກອບສ່ວນ​ຊ່ວຍເຫຼືອນໍ້າຖ້ວມ ​ຢູ່​ບັນດາ​ເມືອງ​ທີ່​ຂຶ້ນ​ກັບ​ນະຄອນ ຫຼວງ​ວຽງ​ຈັນ, ແຂວງ​ຫຼວງ​ນໍ້າ​ທາ, ແຂວງ​ຫົວພັນ, ອັກຄີ​ໄພ (ໄຟ​ໄໝ້​ປ່າ​ຢູ່​ເມືອງ​ສັງ​ທອງ), ໄຟ​ໄໝ້​ເຮືອນ​ສະມາຊິກ​ແມ່ຍິງ, ອຸບັດ​ຕິ​ເຫດ ແລະ ອື່ນໆ ຈຳນວນ 32 ຄັ້ງ ລວມ​ມູນ​ຄ່າ 248.000.000 ກີບ, ປະກອບສ່ວນ​ສະແດງ​ສວນ ສະໜາມ ໃນ​ໂອກາດ​ສະເຫຼີມສະ ຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວ ຄົບຮອບ 75 ປີ ເຊິ່ງ​ມີ​ກ້ອນ​ກຳລັງ​ໄຟ​ເພດ​ຍິງ, ກ້ອນ​ເສນາ​ຮັກ, ກ້ອນ​ປ້ອງ​ກັນ​ຕົວ, ກ້ອນ​ສິລະ​ປະກອນ​ກອງທັບ, ຈຸ​ໂດດ​ຈ້ອງ ແລະ ຮ່ວມ​ຂະ​ບວນ​ການ​ຍ່າງ​ເພື່ອ​ສຸຂະພາບ​ຢູ່​ບຶງ​ທາດຫຼວງ, ດ້ານ​ວຽກ​ງານ​ຂະ​ບວນ​ການ​ສິລະ​ປະ-ວັນນະຄະດີ ເອື້ອຍ​ນ້ອງ​ແມ່ຍິງ​ທັງ​ສູນ​ກາງ ແລະ ທ້ອງຖິ່ນ ໄດ້​ເຂົ້າ​ຮ່ວມ​ເຝິກ ຊ້ອມ, ແຂ່ງຂັນ​ຢູ່​ຂັ້ນ​ກົມ​ກອງ ແລະ ກະຊວງ 28 ຄັ້ງ, ສະແດງ​ຮັບ​ໃຊ້​ກົມ​ກອງ ແລະ ປະຊາຊົນ 139 ຄັ້ງ, ໃນ​ໂອກາດ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ ຄົບ ຮອບ 75 ປີ ແລະ ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 69 ປີ ໄດ້​ປຸກລະດົມ​ສະມາຊິກ​ສະຫະພັນ​ແມ່ຍິງ​ບັນດາ​ກົມ​ກອງ​ໃນ​ກອງທັບ ປະກອບສ່ວນ​ສ້າງ​ຂະ​ບວນ​ການ​ຟ້ອນ​ລຳວົງ​ລາວ ທີ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຮ່ວມ​ກັບ​ກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ​ຈັດ​ຂຶ້ນ ຢູ່​ເດ່ີນ​ພະ​ທາດຫຼວງ​ວຽງ​ ຈັນ ມີ​ເອື້ອຍ​ນ້ອງ​ແມ່ຍິງ​ກອງ ທັບ​ພ້ອມ​ຄູ່​ຟ້ອນ​ເຂົ້າ​ຮ່ວມ 100 ຄູ່ ແລະ ຈັດ​ຕັ້ງ​ສ້າງ​ຂະ​ບວນ​ການ​ຟ້ອນ​ລຳວົງ​ລາວ ເພື່ອ​ສ້າງ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ຢູ່​ບັນດາ​ກົມ​ກອງ 38 ກົມ​ກອງ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ. ນອກ​ນັ້ນ, ຍັງ​ໄດ້​ເຄື່ອນ​ໄຫວ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ບານເຕະ, ບານສົ່ງ ແລະ ກິລາ​ເປ​ຕັງ ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ປະຈຳ​ປີ​ຢູ່​ບັນດາ​ກົມ​ກອງ​ກຳລັງ​ຫຼວງ 38 ກົມ​ກອງ ແລະ ກຳລັງ​ທ້ອງຖິ່ນ 389 ຄັ້ງ, ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ທົ່ວ​ກອງທັບຍັງ​ໄດ້​ຕື່ນ​ຕົວ ແລະ ສະໝັກ​ໃຈ​ໃນ​ການ​ບໍລິຈາກ​ເລືອດ ເພື່ອ​ຊ່ວຍເຫຼືອ​ສັງຄົມ ຈຳນວນ 148 ຄັ້ງ, ມີ​ສະມາຊິກ​ແມ່ຍິງ​ບໍລິຈາກ​ເລືອດ ທັງ​ໝົດ 4.857 ສະຫາຍ. ຜົນສຳເລັດ​ດັ່ງກ່າວ ກໍ​ຍ້ອນ​ຄະ ນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ ຂັ້ນ ແລະ ສະມາຊິກ​ສະຫະພັນ​ແມ່ຍິງ​ແຕ່​ລະ​ສະຫາຍໄດ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ​ຂອງ​ກອງທັບ, ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ແລະ ຕັ້ງໜ້າ​ປະຕິບັດ​ທຸກ​ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ເຮັດ​ສຳເລັດ​ໜ້າທີ່​ຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ກອງທັບ​ແຕ່​ລະ​ຂັ້ນ ໄດ້​ຮັບ​ການ​ປັບປຸງ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ ເຮັດ​ໃຫ້​ລະບົບ​ການ ຈັດຕັ້ງ​ມີ​ຄວາມ​ເຂັ້ມແຂງ, ຕັ້ງໜ້າ​ປະຕິບັດ​ໜ້າທີ່​ຕາມ​ພາລະ​ບົດບາດ​ຂອບ​ເຂດ, ສິດ ແລະ ໜ້າທີ່​ຂອງ​ຕົນ ດ້ວຍ​ຄວາມຮັບຜິດຊອບສູງ, ເຕົ້າໂຮມ​ຄວາມ​ສາມັກຄີ​ແມ່ຍິງ​ເປັນ​ປຶກ​ແຜ່ນ, ເຮັດ​ວຽກ​ມີ​ແຜນ ການ, ມີ​ຄວາມຮັບຜິດຊອບສູງ, ເປັນ​ເຈົ້າ​ການ​ປົກ​ປ້ອງສິດຜົນປະ ໂຫຍດ​ຂອງ​ແມ່ຍິງ ແລະ ເດັກ ນ້ອຍ, ສົ່ງເສີມ​ສິດ​ສະເໝີພາບ​ລະຫວ່າງ ຍິງ-ຊາຍ ແລະ ຄອບ ຄົວ, ກົມ​ກອງ ແລະ ສັງຄົມໃຫ້​ຫຼຸດ​ລົງ, ພ້ອມ​ກັນ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສະມາຊິກ​ສະຫະ ພັນ​ແມ່ຍິງ, ທຸກ​ຄົນ​ມີ​ຄວາມ​ຕື່ນ​ຕົວເອົາໃຈໃສ່​ໃນ​ການ​ຊອກ​ຮູ້​ຮໍ່າ ຮຽນ, ພັດທະນາ​ຕົນ​ເອງໃນທຸກ ​ດ້ານ ຈຶ່ງ​ເຮັດ​ໃຫ້​ເອື້ອຍ​ນ້ອງແມ່ ຍິງ​ຫຼາຍ​ສະຫາຍ​ໄດ້​ຮັບ​ຄວາມ ​ເຊື່ອ​ໝັ້ນ​ໄວ້​ວາງໃຈ​ຈາກ​ການຈັດ ຕັ້ງ​ຂັ້ນ​ເທິງ ແລະ ໄດ້​ຮັບ​ໜ້າທີ່​ຕຳແໜ່ງ​ຂັ້ນ​ນຳພາ-ບັນຊາ​ຫຼາຍ​ລະດັບ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ