ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ມິຖຸນາ 2025

  

ແຂວງ​ຄຳ​ມ່ວນ ແລະ ແຂວງ​ກວາງ​ບິ່ງ ສືບຕໍ່​ວຽກ​ງານ​ທ້ອນໂຮມ​ອັດຖິ ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ
ເວລາອອກຂ່າວ: 2025-05-22 09:20:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1494 | ຄວາມນິຍົມ:



ໃນ​ວັນ​ທີ 19 ພຶດສະພາ 2025 ນີ້, ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຄຳ​ມ່ວນ ​ສປປ ລາວ ແລະ ແຂວງ​ກວາງ​ບິ່ງ (​ສສ ຫວຽດນາມ) ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດຮຽນ​ເພື່ອ​ສືບຕໍ່​ການ​ຮ່ວມ​ມື​ຊອກ​ຄົ້ນ, ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມໃນ​ຂອບ​ເຂດ​ພື້ນ​ທີ່​ແຂວງ​ຄຳ​ມ່ວນ, ເຊິ່ງ​ຝ່າຍ​ລາວ​ ນຳ​ໂດຍ ສະຫາຍ ພິດສະໄໝ ກອງ​ຊາ​ເດດ ກຳມະການ​ປະຈຳ​ພັກ​ແຂວງ ປະທານ​ແນວ​ລາວ​ສ້າງ​ຊາດ ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຄຳ​ມ່ວນ, ມີ ສະຫາຍ ພັນ​ເອກ ສີ​ສົມ​ພູ ແກ້ວ​ບຸນ​ລ້ອມ ຮັກສາ​ການ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ຮອງ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ ​ປກຊ - ​ປກສ ແຂວງ, ຝ່າຍ​ຫວຽດນາມ​ນຳ​ໂດຍ ສະຫາຍ ຮ່ວງ ຊວັນ ເຕີນ ກຳມະການ​ພັກ​ແຂວງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ກວາງ​ບິ່ງ, ມີ ສະຫາຍ ພັນ​ເອກ ເຈືອງ ຍື ອີ້ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ, ຮອງ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ກວາງ​ບິ່ງ ​ສສ ຫວຽດນາມ ພ້ອມ​ດ້ວຍ​ພະແນກການ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ໄດ້​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ລາຍ​ງານ​ສະພາບ​ການ​ຮ່ວມ​ກັນ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ສອງ​ແຂວງ ເວົ້າ​ລວມ, ເວົ້າ​ສະເພາະ​ໃນ​ການ​ຊອກ​ຂຸດ​ຄົ້ນ, ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ໃນ​ຂອບ​ເຂດ​ພື້ນ​ທີ່​ແຂວງ​ຄຳ​ມ່ວນ ປະຈຳ​ລະດູແລ້ງ ປີ 2024- 2025 ທີ່​ຜ່ານ​ມາ ສາມາດ​ຂຸດ​ຄົ້ນ ແລະ ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ຢູ່​ພື້ນ​ທີ່​ແຂວງ​ຄຳ​ມ່ວນ ແລະ ຈັດ​ສົ່ງ​ກັບ​ຄືນ​ປະເທດ​ຫວຽດນາມ​ຢ່າງ​ສົມ​ກຽດ ໄດ້​ຈຳນວນ 17 ອັດຖິ. ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ ຈະ​ໄດ້​ສືບຕໍ່​ຂຸດ​ຄົ້ນ​ອັດຖິ ໃນ​ສົກ​ປີ 2025-2026 ໂດຍ​ເລັງ​ໃສ່​ການ​ພົວພັນ​ຮ່ວມ​ມື ແລະ ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ​ສືບຕໍ່​ຂຸດ​ຄົ້ນ​ອັດຖິ​ໃຫ້​ສຳເລັດ​ຕາມ​ເປົ້າ​ໝາຍ, ສືບຕໍ່​ເອົາໃຈໃສ່​ໂຄສະນາ​ປຸກລະດົມ ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ປະຊາຊົນ​ໃນ​ແຕ່​ລະ​ຂັ້ນ ໃຫ້​ມີ​ສ່ວນ​ຮ່ວມ​ເປັນ​ເຈົ້າ​ການ ເພື່ອ​ເປັນ​ການ​ສະໜອງ​ຂໍ້​ມູນ​ໃນ​ການ​ຊອກ​ຂຸດ​ຄົ້ນ​ອັດຖິ​ໃນ​ບັນດາ​ເມືອງ​ຕ່າງໆ ໃຫ້​ຖືກຕ້ອງ​ຕາມ​ເປົ້າ​ໝາຍ ທັງ​ນີ້​, ກໍເພື່ອ​ເປັນ​ການ​ແນໃສ່​ເອື້ອ​ອຳນວຍ​ຄວາມ​ສະດວກ ໃນ​ການ​ເຂົ້າ​ມາ​ປະຕິບັດ​ໜ້າທີ່​ໃຫ້​ກອງ​ປະຕິບັດ​ງານ​ພິເສດ 589 ​ສສ ຫວຽດນາມ, ການ​ຊອກ​ຂຸດ​ຄົ້ນ​ທ້ອນໂຮມ​ອັດຖິ​ຂອງ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ໃຫ້​ໄດ້​ຮັບ​ປະ​ສິດທິ​ຜົນ​ສູງ. ຈາກ​ນັ້ນ​, ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ ຍັງ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຮ່ວມ​ກັນ ເພື່ອ​ສືບຕໍ່​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວ​ຕື່ມ​ອີກ. ໂດຍ: ວິໄລ​ວອນ ພົມ​ມະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ