ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ໂຮງຮຽນທິດສະດີການເມືອງກອງທັບ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມແຫ່ງຊາດ
ເວລາອອກຂ່າວ: 2025-05-30 10:48:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6508 | ຄວາມນິຍົມ:



ພິທີ ປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຂອງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ທິມສາວ ດວງຈຳປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພັນເອກ ປອ ບຸນທັນ ຈັນທະລີມາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ຄະນະພັກ-ຄະນະອຳນວຍການ, ພະນັກງານບໍານານ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນທັນ ຈັນທະລິມາ ໄດ້ກ່າວເປີດພິທີ ວ່າ: ວັນທີ 1 ມິຖຸນາ ຂອງທຸກໆ ປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງກົງກັບວັນເດັກນ້ອຍສາກົນ ເພື່ອສ້າງຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້, ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ຕາມທິດສີຂຽວ ແລະ ຍືນຍົງ ປ່າໄມ້ມີຄວາມສໍາຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ, ມີຄວາມສໍາຄັນຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນານາພັນ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງ ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້, ມະນຸດບໍ່ສາມາດຈະເຮັດແທນໄດ້. ປ່າໄມ້ຍັງປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການພັດທະນາຂະແໜງກະສິກໍາ ຕິດພັນກັບອຸດສາຫະກໍາ ແລະ ການບໍລິການ ແລະ ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເຂື່ອນໄຟຟ້ານໍ້າຕົກ, ອ່າງເກັບນ້ຳເພື່ອການຜະລິດກະສິກໍາ, ການຜະລິດເປັນສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ເຊິ່ງໄດ້ປະກອບສ່ວນສໍາຄັນຕໍ່ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ. “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ”, “ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ແລະ ຟື້ນຟູປ່າໄມ້ໃຫ້ກວມເອົາ 70% ເນື້ອທີ່ທັງໝົດຂອງປະເທດ, ເພື່ອທົດແທນປ່າໄມ້ທີ່ສູນເສຍໄປຢ່າງຫຼວງຫຼາຍ ຍ້ອນການຕັດໄມ້ທໍາລາຍປ່າຊະຊາຍ, ການຖາງປ່າເຮັດໄຮ່, ເຮັດສວນຂະຫຍາຍເນື້ອທີ່ການຜະລິດສິນຄ້າກະສິກໍາສະໜອງພາຍໃນ ແລະ ສົ່ງອອກ, ການຕັດໄມ້ເພື່ອການພັດທະນາພື້ນຖານໂຄງລ່າງ, ໂຮງຈັກ, ໂຮງງານ, ຖະໜົນຫົນທາງ ແລະ ອື່ນໆ ຮັບໃຊ້ການ ພັດທະນາເສດຖະກິດ ຂອງຊາດ ຕາມແຜນນະໂຍບາຍຂອງລັດຖະບານ ບົນຈິດໃຈເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດຖະບານ, ການເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງປ່າໄມ້ ແລະ ທັງເພື່ອປະຕິບັດໃຫ້ເກີດຜົນຕົວຈິງ ດັ່ງຄຳຂວັນ ຂອງກອງທັບປະຊາຊົນລາວ ທີ່ວ່າ: “ສ້າງຄ້າຍໃຫ້ກາຍເປັນຄ້າຍຂຽວສະອາດຈົບງາມ ແລະ ເປັນຕາໜ້າຢູ່”. ດັ່ງນັ້ນ, ໂຮງຮຽນທິດສະດີການເມືອງກອງທັບ ຈຶ່ງໄດ້ຈັດຕັ້ງພິທີປູກຕົ້ນໄມ້ຂຶ້ນຢ່າງເປັນທາງການ ຕົ້ນໄມ້ທີ່ນໍາມາປູກ ມີ: ຕົ້ນໄມ້ອຸດສະຫະກໍາ, ຕົ້ນໄມ້ກິນໝາກ,ຕົ້ນໄມ້ປະດັບ ລວມທັງໝົດ 341 ຕົ້ນ ເຊິ່ງໄດ້ມາຈາກການລະດົມທຶນສົມທົບຈາກພະນັກງານ, ຄູ-ອາຈານ, ນັກຮົບ ແລະ ນັກສຶກສາ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ໃນນັ້ນ, ຕົ້ນໄມ້ທີ່ນໍາມາປູກນີ້ ຈຸດທີ່ໜຶ່ງ ປູກລຽບກໍາແພງອ້ອມໂຮງຮຽນ, ຈຸດທີ່ສອງປູກທົດແທນຕົ້ນທີ່ຕາຍໄປ ເຊິ່ງໄດ້ຈັດຕັ້ງປູກໃນປີຜ່ານມາ ແລະ ຈຸດທີ່ສາມ ປູກໃສ່ບ່ອນດິນວ່າງທີ່ເໝາະສົມ ຕາມຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ແລະ ຖືກຕ້ອງກັບວິທີການທາງດ້ານເຕັກນິກ. ສະຫາຍ ພັນເອກ ບຸນທັນ ຈັນທະລິມາ ໄດ້ກ່າວຕື່ມວ່າ: ການປູກ ແລະ ຟື້ນຟູປ່າໄມ້ ແມ່ນໜ້າທີ່ໜຶ່ງທີ່ສຳຄັນ, ແຕ່ອັນທີ່ສຳຄັນຍິ່ງກວ່ານັ້ນ ແມ່ນການປົກປັກຮັກສາ ເພື່ອໃຫ້ຕົ້ນໄມ້ຈະເລີນເຕີບໂຕສວຍງາມຂຶ້ນ. ສະນັ້ນ, ຮຽກຮ້ອງມາຍັງນາຍ ແລະ ພົນທະຫານ, ນັກຮຽນ-ນັກສຶກສາ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຈົ່ງປູກຝັງຈິດສຳນຶກໃຫ້ເຫັນຄຸນຄ່າ ແລະ ຜົນປະໂຫຍດອັນສຳຄັນຂອງຕົ້ນໄມ້ ທີ່ໄດ້ປູກຂຶ້ນໃນມື້ນີ້, ພ້ອມກັນມີຄວາມຮັບຜິດຊອບສູງໃນການປົກປັກຮັກສາບົວລະບັດ, ເອົາໃຈໃສ່ການກວດກາ ຖ້າເຫັນວ່າ ມີການສູນເສຍໃນກໍລະນີໃດກໍຕາມ ຕ້ອງວ່ອງໄວປູກທົດແທນຄືນ, ຈຳກັດຢ່າງຂາດຕົວໃນການຈູດຂີ້ເຫຍື້ອຊະຊາຍ ອັນຈະສ້າງຜົນຮ້າຍຕໍ່ຕົ້ນໄມ້ ແລະ ດອກໄມ້, ຮັກສາໃຫ້ພື້ນທີ່ໂຮງຮຽນທິດສະດີການເມືອງກອງທັບ ປົກຄຸມໄປດ້ວຍສີຂຽວ ທັງເຮັດໃຫ້ພື້ນທີ່ກາຍເປັນປ່າດົງ ທີ່ເຕັມໄປດ້ວຍອາກາດສົດຊື່ນບໍລິສຸດ, ເປັນສະຖານທີ່ພັກຜ່ອນ ທີ່ມີຄວາມຮູ້ສຶກເຢັນສະບາຍ ເໝາະແກ່ການພັກຜ່ອນ, ຍ່າງຫຼິ້ນ ແລະ ເຮັດກິດຈະກໍາອື່ນໆ, ມີຄວາມເພິ່ງພໍໃຈ ແລະ ປະທັບໃຈຂອງໝົດທຸກຄົນ ກໍຄືແຂກທີ່ເຂົ້າມາຢ້ຽມຢາມ ເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ສະຖານທີ່ແຫ່ງນີ້. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ