ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ໂຮງຮຽນ 307 ຈັດ​ຕັ້ງ​ສອບເສັງ​ຈົບ​ຊັ້ນ​ ໃຫ້ນັກຮຽນ 2 ລະບົບ ສົກຮຽນ 2024-2025
ເວລາອອກຂ່າວ: 2025-06-02 10:39:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2874 | ຄວາມນິຍົມ:



ການ​ສອບເສັງ​ຈົບ​ຊັ້ນ​ຂອງ​ນັກຮຽນ​ກໍ່ສ້າງ​ເຕັກນິກ​ກົດ​ລັບ​ຊັ້ນ​ຕົ້ນ ລະບົບ 1 ປີ ຊຸດ​ທີ 26 ແລະ ນັກຮຽນ​ກໍ່ສ້າງ​ເຕັກນິກ​ກົດ​ລັບ​ຊັ້ນ​ກາງ ລະບົບ 2 ປີ ຊຸດ​ທີ 8 ສົກ ຮຽນ 2024–2025 ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ວັນ​ທີ 22 ພຶດສະພາ 2025, ໂດຍ​ການ​ຊີ້​ນຳ​ຂອງ ສະຫາຍ ພັນ​ໂທ ບຸນ​ສະຫຼອງ ວິໄລ​ຫານ ຫົວໜ້າ​ການ​ທະຫານ ໂຮງຮຽນ 307 ກອງທັບ, ມີ​ບັນ ດາ​ຄະນະ​ກຳມະການ​ຄວບ​ຄຸມ​ຫ້ອງ​ເສັງ ແລະ ນັກຮຽນ​ທັງ 2 ລະບົບ ເຂົ້າ​ຮ່ວມ 97 ສະຫາຍ. ນັກຮຽນ​ກໍ່ສ້າງ​ເຕັກນິກ​ກົດ​ລັບ​ຊັ້ນ​ຕົ້ນ ລະບົບ 1 ປີ ຊຸດ​ທີ 26 ມີໜ້າ​ສອບເສັງ​ຕົວ​ຈິງ 46 ສະຫາຍ, 4 ພາກ​ວິຊາ​ຄື: ພາກ​ການ​ທະຫານ (ວິຊາ​ລະບຽບ​ງົດງາມ), ພາກ​ວິຊາ​ການເມືອງ (ສິດ ແລະ ​ໜ້າທີ່​ນາຍ​ສິບ), ພາກ​ວິຊາ​ທິດ​ສະ​ດີ​ການເມືອງ-ວິ ຊາ​ສະເພາະ ແລະ ພາກ​ວິຊາ​ເຕັກ ນິກ​ພື້ນຖານ(ເຂົ້າ-ແກ້​ລະຫັດ​ສັງ​ລວມ); ນັກຮຽນ​ກໍ່ສ້າງ​ເຕັກນິກ​ກົດ​ລັບ​ຊັ້ນ​ກາງ ລະບົບ 2 ປີ ຊຸດ​ທີ8 ມີໜ້າ​ສອບເສັງ 51 ສະຫາຍ, 5 ພາກ​ວິຊາ​ຄື: ພາກ​ການ​ທະຫານ (ວິຊາ​ລະບຽບ​ງົດ​ງາມ), ພາກ​ວິຊາ​ການເມືອງ (ວຽກ​ງານ​ພັກ-ວຽກ​ງານ​ການເມືອງ), ພາກ​ວິຊາ​ທິດ​ສະ​ດີ​ການ ເມືອງ-ວິຊາ​ສະເພາະ, ພາກ​ວິຊາ​ເຕັກນິກ​ພື້ນຖານ(ເຂົ້າ-ແກ້​ລະຫັດ​ສັງ​ລວມ) ແລະ ພາກ​ວິຊາ​ເຕັກນິກ​ຈັກ​ລະຫັດ​ກົດ​ລັບ; ການ​ສອບເສັງ​ຈະ​ໄດ້​ດຳເນີນ​ແຕ່​ວັນ​ທີ 22 ພຶດສະພາ -12 ມິຖຸນາ 2025. ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ແຜນການ-ໂຄງການ​ຫຼັກສູດ​ການ​ສິດສອນ-ຮ່ຳຮຽນ ພາຍຫຼັງ​ຮຽນ​ຈົບ​ໂຄງການ​ຫຼັກສູດ​ຕ້ອງ​ມີ​ການ​ສອບເສັງ ເພື່ອ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຕົວ​ຈິງ ທັງ​ເປັນ​ການ​ສັງ​ລວມ​ກ່ຽວ​ກັບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ນັກຮຽນ ແນໃສ່​ຮັບປະກັນ​ໃນ​ເວລາ​ຈົບ​ອອກ​ໄປ​ໃຫ້​ສາມາດ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ໃຫ້​ໄດ້​ຮັບ ໝາກຜົນ​ສູງ. ໂດຍ : ແກ່ນ​ຕາ ສີ​ລິ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ