
ກອງພົນທີ 3 ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-06-02 10:42:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3070 | ຄວາມນິຍົມ:
ໃນວັນທີ 23 ພຶດສະພາ 2025, ຢູ່ທີ່ກອງພົນທີ 3 ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຫຼາຍ
ອຸດົມຮຸນ ຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານນາຍທະຫານຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງພົນທີ 3. ໃນນີ້, ກະຊວງປ້ອງກັນປະເທດຕົກລົງຍົກຂັ້ນເງິນເດືອນໃຫ້ນາຍທະຫານຂັ້ນພັນໂທ ຂຶ້ນຮັບເງິນເດືອນຊັ້ນພັນເອກ 1 ສະຫາຍ, ພັນຕີ 2 ສະຫາຍ, ຮ້ອຍ ເອກ 1 ສະຫາຍ; ເລື່ອນຊັ້ນພັນຕີ
21 ສະຫາຍ, ຮ້ອຍເອກ 28 ສະຫາຍ, ຮ້ອຍໂທ 24 ສະຫາຍ, ຮ້ອຍຕີ 62 ສະຫາຍ, ເລື່ອນທຽບຊັ້ນພັນຕີ 1 ສະຫາຍ, ຮ້ອຍເອກ 1 ສະຫາຍ, ຮ້ອຍໂທ 1 ສະຫາຍ ແລະ ຮ້ອຍຕີ 1 ສະຫາຍ.
ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍຍົກສູງນ້ຳໃຈຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້,
ຍົກສູງບົດບາດໃນການນຳພາ-ບັນຊາ, ເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ໜັກແໜ້ນ, ມີແບບແຜນເຮັດວຽກທີ່ແນ່ນອນ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ຂອງກົມກອງວາງອອກຢ່າງເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເພື່ອໃຫ້ກາຍເປັນພະນັກງານຮຸ່ນສືບທອດຂອງກົມກອງ, ອອກແຮງປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມ
ແຂງ.
ໂດຍ : ນາງ ສຸດທິລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ