ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ກອງ​ພົນ​ທີ 1 ສຳເລັດ​ການ​ອົບຮົມ​ວຽກ​ງານ​ພະລາທິການ ປະຈຳ​ປີ 2025
ເວລາອອກຂ່າວ: 2025-06-02 10:43:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2794 | ຄວາມນິຍົມ:



ໃນ​ວັນ​ທີ 22 ພຶດສະພາ 2025, ກອງ​ພົນ​ທີ 1 ໄດ້​ສຳເລັດການ​ອົບຮົມ ວຽກ​ງານ​ພະລາທິການ ໄລ​ຍະ​ສັ້ນ ປະຈຳ​ປີ 2025, ໂດຍ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານກອງ​ພົນ​ທີ 1, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ກອງພັນ​ໃຫຍ່, ກອງພັນ, ກອງຮ້ອຍ​ເອກະລາດ ແລະ ນັກ​ເຝິກອົບຮົມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນ​ຄຳ ອິນ​ທະ​ວົງ ຫົວໜ້າ​ພະ​ແນກ​ແຜນການ ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ອົບຮົມ​ວຽກ​ງານ​ພະລາທິການ ປະຈຳ​ປີ 2025; ຜ່ານ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ ສຳເລັດ​ດ້ວຍ​ໝາກຜົນ​ອັນ​ຈົບງາມ; ການ​ເຝິກ ອົບຮົມ​ຄັ້ງ​ນີ້ ແນໃສ່​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ໃຫ້​ພະນັກງານ-ນັກຮົບ ວິຊາ​ສະເພາະ​ພະລາທິການ, ຮັບ​ຮູ້ ແລະ ເຊື່ອມ​ຊຶມ, ກຳ​ໄດ້​ພາລະ​ບົດບາດ, ຄວາມ​ໝາຍ, ຄວາມ​ສຳຄັນ​ຂັ້ນພື້ນຖານຂອງ​ວຽກ​ງານ​ພະລາທິ ການທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​ສອດຄ່ອງ​ກັບ​ວຽກ​ງານ​ຕົວ​ຈິງ ກໍ​ຄື​ໜ້າທີ່​ວິຊາ​ສະເພາະ. ຜ່ານ​ໄລຍະ​ການ​ເຝິກອົບຮົມ-ຫັດ​ແອບ ​ສາມາດ​ເຫັນ​ໄດ້​ວ່າ ຄະນະ​ຮັບ ຜິດຊອບ​ໄດ້​ເອົາໃຈໃສ່​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ສຸ່ມ​ທຸກ​ສະຕິ​ປັນຍາ​ຄວາມ​ຮູ້ ຄວາມ​ສາມາດ​ເຂົ້າ​ໃນ​ຊຸດ​ອົບຮົມ, ການ​ກະກຽມ​ດ້ານ​ເອກະສານ​ແມ່ນ​ມີ​ຄວາມ​ລະອຽດ, ຄົບ​ຖ້ວນ, ຊັດ​ເຈນ, ການ​ອະທິບາຍ​ບົດ ຮຽນ​ແມ່ນ​ເຂົ້າໃຈ​ງ່າຍ ແລະ ກວ້າງຂວາງ ເຮັດໃຫ້ນັກ​ເຝິກອົບຮົມ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ສາມາດ​ຕີ​ລາຄາ​ຜົນ​ການ​ເຝິກອົບຮົມ-ຫັດ​ແອບ ວຽກ​ງານ​ເສນາ​ພະ​ລາ​ບັນລຸ​ໄດ້ 96%, ວຽກ​ງານ​ການ​ເງິນ 95%, ວຽກ​ງານ​ອຸປະໂພກ-ບໍລິໂພກ 95%, ວຽກ​ງານ​ເສນາ​ຮັກ 95%, ວຽກ​ງານ​ຜະລິດ​ກະສິກຳ 94%, ຕີ​ລາຄາ​ຜົນ​ໄດ້​ຮັບ​ທັງ​ໝົດ​ໃນ​ການ​ອົບຮົມ-ຫັດ​ແອບ ໄດ້ 95%. ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ໄດ້​ເນັ້ນ​ໜັກ​ໃຫ້​ນັກ​ເຝິກອົບຮົມ​ທຸກ​ສະຫາຍ ຈົ່ງ​ນຳ​ເອົາ​ບົດຮຽນ​ທີ່​ເຝິກອົບຮົມ​ວຽກ​ງານ​ພະລາທິການໃນ​ຄັ້ງ​ນີ້ ໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ຢູ່​ກົມກອງ, ເພີ່ມທະວີ​ຄວາມ​ຮັບຜິດຊອບ​ໃນ​ວິຊາ​ສະເພາະ​ຂອງ​ຕົນ, ປະຕິບັດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ ​ກອງທັບ ແລະ ເຮັດ​ສຳເລັດ​ໜ້າທີ່​ໃນ​ການ​ມອບ​ໝາຍ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ການ​ປູກ ຝັງ-ລ້ຽງສັດ ແລະ ວຽກ​ງານ​ຮັບ ປະກັນ​ອື່ນໆ ໂດຍ​ປະຕິບັດ​ຕາມ​ຄຳ​ຂວັນ ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເພື່ອ​ພັດທະນາ​ກົມ​ກອງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ