
ກອງບັນຊາການທະຫານເມືອງໄຊທານີ ເປີດຂະບວນການ ວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2025-06-02 10:47:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3089 | ຄວາມນິຍົມ:
ໃນວັນທີ 29 ພຶດສະພາ 2025 ນີ້, ກອງບັນຊາການທະຫານເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນການວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 3 ບ້ານຄື: ບ້ານໂນນແຕ້, ບ້ານນາສາລາ ແລະ ບ້ານໜອງສອງຫ້ອງ, ໂດຍການເປັນປະທານຂອງ ສະຫາຍ ສິນລະປະກອນ ພົມມະໄຊສີ ຮອງເລຂາພັກເມືອງ ເມືອງໄຊທານີ, ມີ ສະຫາຍ ພັນໂທ ລືໄຊ ສຸຂະວົງ ຫົວໜ້າພະແນນກໍ່ສ້າງຮາກຖານ ຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ, ມີຮອງຫົວໜ້າ ປກສ ເມືອງ, ຄະນະພັກຮາກຖານກຸ່ມ, ເລຂາພັກບ້ານ-ນາຍບ້ານ ທັງ 11 ກຸ່ມບ້ານ, ກອງຫຼອນກຸ່ມ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍບັນດາພະນັກງານວິຊາການ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນແພງ ປິ່ນພະຫຍາ ຫົວໜ້າການເມືອງກອງບັນຊາການທະຫານເມືອງໄຊທານີໄດ້ຂຶ້ນຜ່ານແຜນການ ການເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເພື່ອເປັນການປະຕິບັດຕາມແຜນການຍຸດທະສາດຂອງພັກໃນການປົກປັກຮັກສາປະເທດຊາດ ແລະ ນຳພາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາກ້າວຂຶ້ນສູ່ສັງຄົມໃຫ້ມີຄວາມສະຫງົບສຸກ, ສາມັກຄີປອງດອງສີວິໄລຍຸຕິທຳ ທັງເປັນການສ້າງຕາໜ່າງປ້ອງກັນຊາດທົ່ວປວງຊົນ ຕິດພັນກັບການສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ຕໍ່ບຸກຄົນ-ຄອບຄົວ ຂຶ້ນມາໃຫ້ເຮັດວຽກງານປ້ອງກັນຊາດ, ການປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດ ຈຳນວນ 11 ບ້ານ ໃນຄັ້ງນີ້ ບັນດາພະນັກງານວິຊາການຕ້ອງພ້ອມກັນສຸມໃສ່ເກັບກຳຂໍ້ມູນ, ວິໄຈຂໍ້ມູນ ແລະ ປະເມີນຜົນຕາມມາດຖານເງື່ອນໄຂການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ໄດ້ຕາມລະດັບຄາດໝາຍ ພ້ອມກັນນັ້ນຍັງໄດ້ຈັດຕັ້ງເຊື່ອມຊຶມເອກະສານໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ, ໃນການດຳເນີນວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນຄັ້ງນີ້, ເພື່ອເຮັດໃຫ້ການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ມີຄວາມຊັດເຈນ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍ ຈິນດາ ສີໂນນາລາດ ຕາງໜ້າອົງການປົກຄອງບ້ານ ທັງ 3 ບ້ານ ໄດ້ລາຍງານກ່ຽວກັບສະພາບລວມ ແລະ ການພັດທະນາບ້ານໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ພັນໂທ ອານຸວົງ ສີສົມບັດ ຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງໄຊທານີ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານເມືອງໄຊທານີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ພະນັກງານວິຊາການລົງປະຕິບັດວຽກງານສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ບ້ານນາສາລາ, ບ້ານໂນນແຕ້ ແລະ ບ້ານໜອງສອງຫ້ອງ.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ