ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ປະກາດ​ການ​ຮັບຮອງ​ເອົາ 10 ບ້ານ ທີ່ຂຶ້ນ​ກັບ​ເມືອງ​ນາ​ໝໍ້ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2025-06-02 10:52:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2796 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ນາ​ໝໍ້ ແຂວງ​ອຸດົມ​ໄຊ ໄດ້​ຈັດ​ພິທີ​ປະກາດການຮັບຮອງ​ເອົາບ້ານ​ນໍ້າເງິນ, ບ້ານ​ສະ​ປຶ, ບ້ານ​ຕືກາ, ບ້ານ​ເພຍໄມ້​ໃຫຍ່, ບ້ານ​ເພຍ​ໄມ້​ນ້ອຍ, ບ້ານ​ຜາຄຳ, ບ້ານ​ນໍ້າຢອນ, ບ້ານ​ຫ້ວຍ​ຫຼັກ-ວັງ​ແວນ, ບ້ານ​ຫົວ​ນາ ແລະ ບ້ານ​ນໍ້າແດງ (ກຸ່ມ​ບ້ານ​ນໍ້າເງິນ) ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ເຊິ່ງເປັນ​ບ້ານ​ທີ 11, 12, 13, 14, 15, 16, 17, 18, 19 ແລະ 20 ຂອງ​ເມືອງ​ນາ​ໝໍ້, ເປັນ​ບ້ານ​ທີ 53, 54, 55, 56, 57, 58, 59, 60, 61 ແລະ 62 ຂອງ​ແຂວງ​ອຸດົມໄຊ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພັນ​ໂທ ສົມ​ພອນ ແສນ​ອາ​ລິນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ ໄຊ, ມີ​ສະຫາຍ ຈັກກີ ໄພ​ອິນຕາ ເລຂາ​ພັກ​ກຸ່ມ​ບ້ານ​ນ້ຳເງິນ, ມີ​ສະຫາຍ ພັນ​ຕີ ບຸນເຈີນ ຮັກ​ມີ​ໄຊ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ນາ​ໝໍ້, ມີ​ ພະແນກການ​ທີ່​ກ່ຽວຂ້ອງ, ແຂກຖືກ​ເຊີນຕະຫຼອດຮອດ ອຳນາດ​ການ​ປົກຄອງ​ບ້ານ ແລະ ພໍ່​ແມ່​ປະຊາຊົນ​ພາຍ​ໃນ 10 ບ້ານ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ເຈີນ ຮັກ​ມີ​ໄຊ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ນາ​ໝໍ້ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ປະ​ເມີນ​ຜົນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ​ທີ່​ຕັ້ງໜ້າ ເປັນຕົ້ນ​ແມ່ນ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ອົງການ​ປົກຄອງ​ບ້ານ ໄດ້​ນຳ​ເອົາ​ມະຕິ​ຄຳ​ສັ່ງ​ຕ່າງໆ ຂອງ​ພັກ-ລັດ ໂດຍ​ສະເພາະ​ແມ່ນ ເອກະສານ​ກ່ຽວ​ກັບ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ເອກະສານ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ເອກະສານ​ອື່ນໆ ລົງ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ພໍ່​ແມ່​ປະຊາຊົນ​ຮັບ​ຮູ້​ເຊື່ອມ​ຊຶມ​ຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ ຄວາມ​ສະຫງົບ​ຢ່າງ​ຕັ້ງໜ້າ ພ້ອມ​ກັນ​ເຮັດ​ໜ້າທີ່​ຕິດຕາມ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ແລະ ຂອບ​ເຂດ​ຮັບຜິດຊອບ​ຂອງ​ບ້ານ ຢ່າງ​ເຂັ້ມ​ງວດ, ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ໃຫ້​ທັນ​ເວລາ ພ້ອມ​ນັ້ນ, ປະຊາຊົນ​ພາຍ​ໃນ​ບ້ານ ຍັງ​ໄດ້​ເອົາໃຈໃສ່​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ ເຊັ່ນ: ການ​ຄ້າຂາຍ, ການ​ປູກຝັງ-ລ້ຽງສັດ ແລະ ອື່ນໆ ເຮັດ​ໃຫ້​ແຕ່​ລະ​ຄອບຄົວ​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ກຸ່ມ​ບ້ານ​ນໍ້າ​ເງິນ​ມີ​ເນື້ອທີ່​ທັງ​ໝົດ 37,529 ເຕັກ​ຕາ, ມີ​ພົນລະເມືອງ​ທັງ​ໝົດ 4.757 ຄົນ, ຍິງ 2.330 ຄົນ, ມີ 895 ຫຼັງຄາ​ເຮືອນ, ມີ 1.287 ຄອບຄົວ. ຜ່ານ​ການ​ປະ​ເມີນ​ຜົນ​ຕົວ​ຈິງ ສາມາດ​ຮັບຮອງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ທັງ 10 ບ້ານ ແລະ ສາມາດ​ຮັບຮອງ​ເປັນ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຈຳນວນ 1.250 ຄອບຄົວ ເທົ່າ​ກັບ 97%. ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ວ່າ​ດ້ວຍ​ການ​ຢັ້ງຢືນ ແລະ ຮັບຮອງ​ເອົາ​ບ້ານ​ນ້ຳ​ເງິນ, ບ້ານ​ສະ​ປຶ, ບ້ານ​ຕື​ກາ, ບ້ານ​ເພຍ​ໄມ້​ໃຫຍ່, ບ້ານ​ເພຍ​ໄມ້​ນ້ອຍ, ບ້ານ​ຜາ​ຄຳ, ບ້ານ​ນ້ຳ​ຢອນ, ບ້ານ​ຫ້ວຍ ​ຫຼັກ-ວັງ​ແວນ, ບ້ານ​ຫົວ​ນາ ແລະ ບ້ານ​ນ້ຳ​ແດງ ເມືອງ​ນາ​ໝໍ້ ແຂວງ​ອຸດົມ​ໄຊ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ແລະ ຜ່ານ​ມະຕິ​ຕົກລົງຂອງ​ຄະນະ​ປະຈຳ​ພັກ​ແຂວງ​ອຸ ດົມ​ໄຊ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024 ໃຫ້​ຈຳນວນ 9 ໜ່ວຍ​ພັກ. ຈາກ​ນັ້ນ, ກໍ​ໄດ້​ຮ່ວມ​ກັນ​ເປີດ​ປ້າຍ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ແລະ ລັ່ນຄ້ອງ 9 ບາດ ເພື່ອ​ເປັນ​ສິລິ​ມຸງຄຸນ​ໃຫ້ 10 ບ້ານ​ດັ່ງກ່າວ​ຕື່ມ​ອີກ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ