ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ເຈົ້າແຂວງ ແຂວງຈຳປາສັກ ເຄື່ອນໄຫວພົບປະຢ້ຽມຢາມ ກອງພັນໃຫຍ່ 645
ເວລາອອກຂ່າວ: 2025-06-23 11:42:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1008 | ຄວາມນິຍົມ:



ໃນວັນທີ 19 ມິຖຸນາ 2025 ນີ້, ການນຳແຂວງຈຳປາສັກ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ມອບເງິນຊ່ວຍໜູນກົມກອງ ຢູ່ກອງພັນໃຫຍ່ 645, ນຳໂດຍ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ແຂວງຈຳປາສັກ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ບຸນມີສຸກ ພຸດສະດີ ຫົວໜ້າການທະຫານ ກອງພັນໃຫຍ່ 645 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນມີສຸກ ພຸດສະດີ ໄດ້ກ່າວຕ້ອນຮັບ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈຳ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2025 ໂດຍຫຍໍ້, ພ້ອມທັງ ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງ ທ່ານ ປອ ອາລຸນໄຊ ສູນນະລາດ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນຳພາ-ຊີ້ນຳຂົງເຂດວຽກງານໃຫ້ມີຜົນສຳເລັດຈົບງາມ. ໂອກາດນີ້, ທ່ານເຈົ້າແຂວງ ແຂວງຈຳປາສັກ ໄດ້ໂອ້ລົມຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນເຂດນ້ຳ, ດິນແດນ ໂດຍສະເພາະຂອບເຂດນ່ານຟ້າ, ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ ກໍຄືບ້ານເມືອງມີຄວາມສະຫງົບ ແລະ ອວຍພອນມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນຕະຫຼອດຮອດນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 645 ຈົ່ງມີສຸຂະພາບເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ. ພ້ອມນີ້, ທ່ານເຈົ້າແຂວງ ຍັງໄດ້ມອບເງິນຊ່ວຍໜູນກົມກອງ ເຂົ້າໃນການຕິດຕັ້ງແອໃສ່ສະໂມສອນກອງພັນໃຫຍ່ 645 ຈໍານວນ 136.680.000 ກີບ ຕື່ມອີກ. ໂດຍ: ຮູ້ ພາບໂດຍ: ມະນັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ