
ກອງພັນໃຫຍ່ 703 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2025-06-24 08:55:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 452 | ຄວາມນິຍົມ:
ໃນວັນທີ 18 ມິຖຸນາ 2025 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 703 ຂຶ້ນ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສຸພັນ ເດດນໍລະສິນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ອຸໄທ ຫຼວງພະໄຊ ຫົວໜ້າຂະແໜງອົບຮົມ-ສູ້ຮົບ ກອງພັນໃຫຍ່ 703 ຜູ້ຊີ້ນຳ ພາກສະໜາມ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຜນການອົບຮົມຫັດແອບປັບປຸງລະບຽບແບບແຜນເຝິກຝົນກຳລັງແຮງກາຍ ປະຈຳປີ 2025 ຂອງກົມໃຫຍ່ເສນາທິການກອງທັບ ກໍຄືແຜນການອົບຮົມ-ຫັດແອບຂອງກອງພັນໃຫຍ່ 703 ວາງອອກ, ທັງເປັນການຍົກສູງຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະ ວິທີໃຫ້ພະນັກງານ-ນັກຮົບ ໃນການນຳໃຊ້ອາວຸດທະຫານຮາບໃຫ້ມີຄວາມຊຳນິຊຳນານ, ມີໄຫວພິກຄ່ອງແຄ້ວ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ສາມາດດັບສູນເປົ້າໝາຍ ແລະ ຈັງຫວະການຍິງແຕ່ລະເປົ້າໝາຍ ແລະ ທັງເປັນການ
ທວນຄືນດ້ານສິລະປະຍຸດ-ຍຸດທະວິທີການປະສານສົມທົບລະຫວ່າງພາກທິດສະດີ, ຫຼັກການ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງ, ໃນການຈັດຕັ້ງອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃນຄັ້ງນີ້ ໄດ້ນຳໃຊ້ປຶນທະຫານຮາບດັບສູນເປົ້າໝາຍ ເລກ 4 ຊະນິດ AK-47 ( ທ່ານອນຍິງ, ຄຸເຂົ່າຍິງ, ຢຶນຍິງ ) ໃຫ້ພະນັກ ງານ-ນັກຮົບທົ່ວກອງພັນໃຫຍ່ 703 ຈຳນວນ 310 ສະຫາຍ, ຜ່ານການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້ ເຫັນວ່າປະຕີບັດໄດ້ດີ 85% ຂຶ້ນໄປແລະ ມີຄວາມປອດໄພໄດ້ 100%.
ໂດຍ: ນາງ ບົວພັນ ເທີນຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ