
ສູນເຝິກກອງພົນທີ 4 ປິດຊຸດອົບຮົມ-ຫັດແອບກໍ່ສ້າງນາຍສິບທະຫານຮາບ ຊຸດທີ XIII
ເວລາອອກຂ່າວ: 2025-06-24 08:59:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 355 | ຄວາມນິຍົມ:
ໃນວັນທີ 16 ມິຖຸນາ 2025 ນີ້, ສູນເຝິກ ກອງພົນທີ 4 ໄດ້ປິດຊຸດອົບຮົມ-ຫັດແອບ ກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປິ ຊຸດທີ XIII ສົກຮຽນປີ 2024-2025 ຂຶ້ນ, ຢູ່ທີ່ສະໂມສອນຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ເຂັມພອນ ມູນທະດີ ຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີຄະນະພັກ-ຄະນະຫ້ອງ ອົງການ 5 ຫ້ອງ, ພະແນກ
ການທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາສູນເຝິກ ຕະຫຼອດຮອດ ພະນັກງານ ຄູ-ອາຈານ ແລະ ນັກຮຽນນາຍສິບ ຊຸດທີ XIII ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັດສະໝອນ ດວງມາລາ ຮອງຫົວໜ້າການທະຫານສູນເຝິກ ກອງພົນທີ 4 ໄດ້ຂຶ້ນຜ່ານບົດສະຫຼຸບບັ້ນອົບຮົມ-ຫັດແອບກໍ່ສ້າງນາຍສິບ ທະຫານຮາບ ລະບົບ 1 ປີ ຊຸດທີ XIII ປະຈຳສົກຮຽນທີ 2024–2025 ພາຍຫຼັງເລີ່ມຮຽນແຕ່ວັນທີ 2 ກັນຍາ 2024 ເຖິງວັນທີ 16 ມິຖຸນາ 2025 ເປັນເວລາ 10 ເດືອນ ເຊິ່ງມີນັກຮຽນທັງໝົດ 111 ສະຫາຍ, ພາກວິຊາລວມມີ 14 ວິຊາ, ວິຊາຫຼັກມີ 4 ວິຊາຄື: ວິຊາການເມືອງ, ວິຊາລະບຽບ-ກິລາ, ວິຊາສິນລະປະຍຸດປືນລາບ - ປືນແບກຫາບ, ສິນລະປະຍຸດ-ຍຸດທະວິທີ, ນັກຮຽນເຂົ້າຮ່ວມສອບເສັງຕົວຈິງ 108 ສະຫາຍ, ສະເລ່ຍຄະແນນລວມໝົດປີ, ດີຫຼາຍ 10 ສະຫາຍ, ຂັ້ນດີ 74 ສະຫາຍ, ດີພໍໃຊ້ 24 ສະຫາຍ, ໄດ້ຮັບການເລື່ອນຊັ້ນ ສິບຕີ ຂຶ້ນ ສິບ ເອກ 93 ສະຫາຍ, ຊັ້ນ ສິບໂທ ຂຶ້ນ ສິບເອກ 07 ສະຫາຍ, ຊັ້ນ ສິບເອກ ຂຶ້ນ ວາທີ 4 ສະຫາຍ, ນັກຮຽນເກັ່ງໄດ້ເຮັບໃບຍ້ອງຍໍຫົວໜ້າສູນເຝິກ 18 ສະຫາຍ, ໃນພິທີຍັງໄດ້ມອບໃບປະກາດສະນີຍະບັດໃຫ້ນັກຮຽນກໍ່ສ້າງນາຍສິບທະຫານຮາບ ຊຸດທີ XIII ໂດຍເປັນກຽດມອບຂອງສະຫາຍ ພັນໂທ ວິໄຊ ພົມມະຈັນ ຫົວໜ້າການທະຫານສູນເຝິກ ກອງພົນທີ 4 ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ໄດ້ໂອ້ລົມຫຼາຍບັນຫາ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໄລຍະຜ່ານມາ, ພ້ອມທັງ
ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາໃນແຕ່ລະຂັ້ນ, ຄູ-ອາຈານແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມ
ສາມະຄີຢ່າງເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຄັກແນ່, ເປັນເຈົ້າການຊີ້ນຳວິຊາຄູແຕ່ລະພາກວິຊາໃຫ້ມີມາດຖານໃນການສິດສອນ, ມີແຜນການຢ່າງລະອຽດ, ຈັດແບ່ງຕາຕະລາງຂຶ້ນ-ລົງຫ້ອງຢ່າງລະອຽດ ເພື່ອເຮັດໃຫ້ນັກຝຶກອົບຮົມ-ຫັດແອບແຕ່ລະລຸ້ນມີຄຸນນະພາບ ແລະ ປະລິມານໄດ້ຕາມມາດຖານທີ່ຂັ້ນເທິງວາງໄວ້, ສ່ວນນັກຮຽນ
ນາຍສິບຊຸດນີ້, ພາຍຫຼັງທີ່ສຳເລັດການອົບຮົບ-ຫັດແອບໄປແລ້ວເວລາກັບຄືນສູ່ກົມກອງຈົ່ງພ້ອມກັນນຳບົດຮຽນທີ່ໄດ້ຮຽນມາທັງພາກທິດສະດີ ແລະ ພາກປະ
ຕິບັດຕົວຈິງໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ອານຸສັກ ຈູມມະນີວົງ
ພາບ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ