
ເຄື່ອນໄຫວຊຸກຍູ້ນ້ຳໃຈພະນັກງານ-ນັກຮົບກອງຮ້ອຍທະຫານຊາຍແດນ 154
ເວລາອອກຂ່າວ: 2025-06-24 09:10:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 500 | ຄວາມນິຍົມ:
ຫວ່າງບໍ່ດົນນີ້, ສະຫາຍ ຄຳປຸ່ນ ນວນສະບັບ ເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ ນ້ຳໃຈພະນັກງານ-ນັກຮົບກອງ ຮ້ອຍທະຫານຊາຍແດນ 154 ທະຫານແຂວງໄຊຍະບູລີ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍການຕ້ອນຮັບຂອງ ສະຫາຍ ພັນຕີ ວົງໄຊ ເຮືອງລິດ ຫົວໜ້າການເມືອງ ພ້ອມດ້ວຍ ພະນັກງານ-ນັກຮົບ.
ສະຫາຍ ຮ້ອຍຕີ ອ໋ອຍ ສອນສຸພາບ ຫົວໜ້າໝວດ 1 ກອງຮ້ອຍທະຫານຊາຍແດນ 154 ໄດ້ລາຍງານສະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານດ້ານຕ່າງໆ ໃນໄລຍະຜ່ານມາເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານແຕ່ຄະນະພັກ-ຄະນະບັນຊາ ໄດ້ຊີ້ນຳພະນັກງານ-ນັກ ຮົບພ້ອມກັນຜ່ານຜ່າເຮັດວຽກ ງານການເມືອງ-ນຳພາແນວຄິດເຖິງວ່າຈະມີສະພາບຫຍຸ້ງຍາກປານໃດກໍພ້ອມກັນແກ້ໄຂແລ້ວລາຍງານໃຫ້ຂັ້ນເທິງຮັບຊາບສາ ມາດຮັບປະກັນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ສະຫາຍ ຄຳປຸ່ນ ນວນສະບັບ ກໍໄດ້ໂອ້ລົມຕໍ່ພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນກຳ ແພງດ້ານໜ້າທີ່ເຂັ້ມແຂງພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍທີ່ບັນດາສະຫາຍ ມີຄວາມຮັບ ຜິດຊອບສູງເປັນເຈົ້າການປ້ອງກັນຂອບເຂດເສັ້ນຊາຍແດນມີຄວາມສະຫງົບປອດໄພ. ແຕ່ເຖິງຢ່າງໃດກໍຕາມພວກອິດທິກຳລັງປໍລະປັກກໍຫວັງທຳລາຍມ້າງເພພວກເຮົາດ້ວຍຫຼາຍຮູບການ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນທະຫານ ຮັບຮູ້ຢ່າງເລິກເຊິ່ງພ້ອມທັງເປັນເຈົ້າການໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານສະກັດກັ້ນບັນຫາຕ່າງໆຢູ່ລຽບຕາມບໍລິເວນຊາຍແດນໃຫ້ເຂັ້ມງວດ ແລະ ທັນກັບເວລາ. ໂອກາດທີ່ສະຫາຍ ເຈົ້າເມືອງ ແກ່ນທ້າວ ໄດ້ເຄື່ອນໄຫວຊຸກຍູ້ນ້ຳໃຈໃນຄັ້ງນີ້ກໍຍັງໄດ້ນຳເອົາເຄື່ອງບໍລິໂພກຈຳນວນໜຶ່ງມາມອບໃຫ້ອ້າຍ-ນ້ອງກອງຮ້ອຍທະຫານຊາຍແດນ 154 ອີກດ້ວຍ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ