
ກອງພົນທີ 4 ມອບເງິນອຸດໜູນໃຫ້ນາຍທະຫານຂັ້ນສູງ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-06-24 10:44:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 789 | ຄວາມນິຍົມ:
ໃນວັນທີ 24 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມ ຂອງກອງພົນທີ 4 ໄດ້ມີພິທີ ມອບເງິນອຸດໜູນໃຫ້ນາຍທະຫານຂັ້ນສູງ ທີ່ພັກການ ຮັບບໍານານ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4, ມີຕາງໜ້າພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດນາຍທະຫານຂັ້ນສູງ ທີ່ພັກການ ຮັບບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດເງິນເດືອນບຳນານ ໃຫ້ນາຍທະຫາຍຂັ້ນສູງ, ອີງຕາມ ກົດໝາຍ ວ່າດ້ວຍ ນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ). ກະຊວງປ້ອງກັນປະເທດຕົກລົງ ມອບເງິນອຸດໜູນບຳນານໃຫ້ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ອະດີດຫົວໜ້າການເມືອງ ກອງພົນທີ 4 ຈໍານວນເງິນ 36.658.0125 ແລະ ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ ອະດີດຫົວໜ້າຫ້ອງເຕັກນິກ ກອງພົນທີ 4 ຈຳນວນເງິນ 31.817.950 ກີບ.
ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ຂອງບັນດາສະຫາຍໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ແລະ ພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ກໍຄືກອງພົນທີ 4 ທີ່ໄດ້ປະກອບສ່ວນເຮັດໃຫ້ກອງພົນທີ 4 ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງ, ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ພັກການ ຮັບບໍານານ ຈົ່ງສືບຕໍ່ມູນເຊື້ອອາດຫານ ຄວາມຮູ້ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນອົງການຈັດຕັ້ງທ້ອງຖິ່ນທີ່ຕົນອາໄສ, ປະກອບສ່ວນສຶກສາອົບຮົມໃຫ້ລູກຫຼານຂອງຕົນ ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດບ້ານເມືອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ ກໍຄືສັງຄົມໃຫ້ມີຄວາມສະຫງົບ 100%.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ