
ທະຫານແຂວງເຊກອງ ເປີດຊຸດອົບຮົມ ວຽກງານພະລາທິການ ປະຈໍາປີ 2025
ເວລາອອກຂ່າວ: 2025-06-24 10:50:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 778 | ຄວາມນິຍົມ:
ເພື່ອຮັບປະກັນໃຫ້ແກ່ວຽກງານພະລາທິການຢູ່ບັນດາອົງການ ກົມກອງ ໄດ້ມີຜົນສຳເລັດ, ຮັບປະກັນຄຸນນະພາບ ແລະ ປະລິມານ ຖືກຕ້ອງຕາມຂໍ້ກຳນົດ ທີ່ຂັ້ນເທິງວາງອອກ, ທັງເປັນການຍົກສູງຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ນັກຮົບ ວິຊາສະເພາະພະລາທິການ ເຮັດສໍາເລັດໜ້າທີ່ ທີ່ໄດ້ມອບໝາຍ. ວັນທີ 23 ມິຖຸນາ 2025 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຕັ້ງເປີດຊຸດອົບຮົມວຽກງານພະລາທິການ ຊຸດທີ VIII ປະຈໍາປີ 2025. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ພັນໂທ ຄໍາເຜືອກ ບຸດຕາຈອນ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາເຜືອກ ບຸນຕາຈອນ ໄດ້ຜ່ານຂໍ້ຕົກລົງ ກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການອະນຸມັດໃຫ້ ຫ້ອງພະລາທິການເປີດບັ້ນອົບຮົມວຽກງານພະລາທິການ ວິຊາສະເພາະໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການ ຊຸດທີ VIII. ຈາກນັ້ນ, ສະຫາຍ ພັນໂທ ໄຊມະນີ ແກ້ວກົງທະນີ ຫົວໜ້າພະແນກແຜນການ ຫ້ອງພະລາທິການທະຫານແຂວງເຊກອງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ໂດຍໃຫ້ຮູ້ວ່າ: ການເປີດອົບຮົມຄັ້ງນີ້ກໍເພື່ອເຮັດໃຫ້ວຽກງານພະລາທິການ ຫັນເຂົ້າສູ່ລະບອບແບບແຜນ ແລະ ກາຍເປັນຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາ ທຸກຂັ້ນ ພະນັກງານວິຊາສະເພາະ ໄດ້ຮັບຮູ້ເຂົ້າໃຈທີ່ຕັ້ງ, ພາລະບົດບາດ, ຄວາມໜາຍ ຄວາມສຳຄັນ ພື້ນຖານຂອງວຽກງານພະລາທິການ ໃນຍາມປົກກະຕິ ແລະ ຍາມສູ້ຮົບ. ແນ່ໃສ່ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ນັກຮົບ ວິຊາສະເພາະພະລາທິການ ກຳໄດ້ລະບຽບຫຼັກການ, ວຽກງານນຳພາ-ບັນຊາ ຄຸ້ມຄອງລ້ຽງດູທັບ ຢ່າງມີປະດິດສ້າງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່. ເອກະສານທີ່ນຳມາອົບຮົບໃນຄັ້ງນີ້ ລວມມີ 4 ເອກະສານ ຄື: ວຽກງານເສນາພະລາ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານເສນາຮັກ ແລະ ວຽກງານຜະລິດກະສິກຳ, ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 7 ສະຫາຍ ກໍານົດເວລາອົບຮົມ 5 ວັນ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ເອົາໃຈໃສ່ອົບຮົມ ສິດສອນ ອະທິບາຍບົດຮຽນໃຫ້ຖືກຕ້ອງ ຄົບຖ້ວນ ຊັດເຈນ ແລະ ເຂົ້າໃຈງ່າຍ ເພື່ອເຮັດໃຫ້ນັກເຝິກອົບຮົມສາມາດ ກຳໄດ້ທິດສະດີຫຼັກການ ແລະ ການປະຕິບັດຕົວຈິງ. ສ່ວນ ນັກເຝິກອົບຮົມກໍຕ້ອງສຸມສະຕິປັນຍາ ເຫື່ອແຮງ ເຂົ້າໃນການເຝິກອົບຮົມຄັ້ງນີ້ໃຫ້ສຸດກົກສຸດປາຍ ແລະ ມີຄຸນນະພາບສູງ ສາມາດມາດກຳໄດ້ບັນດາທິດສະດີ ຫຼັການ ທີ່ຄູ-ອາຈານຖ່າຍທອດໃຫ້ ມີຄຸນນະພາບສູງ. ພ້ອມນັ້ນ, ກໍຕ້ອງເພີ່ມທະວີຄວາມສາມັກຄີ ລະຫວ່າງ ນັກເຝິກອົບຮົມດ້ວຍກັນ ໃຫ້ແໜ້ນແຟ້ນ ເພື່ອເຮັດໃຫ້ການເປີດອົບຮົມຄັ້ງນີ້ບັນລຸຕາມຈຸດປະສົງທີ່ວາງໄວ້.
ໂດຍ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ