ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ພົບປະແລກປ່ຽນ ຢູ່ເຫຼົ່າທັບທະຫານເຮືອ ເຂດ 3 ສສ ຫວຽດນາມ
ເວລາອອກຂ່າວ: 2025-06-27 15:32:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3314 | ຄວາມນິຍົມ:



ວັນທີ 26 ມິຖຸນາ 2025 ນີ້, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ສຶບຕໍ່ຢ້ຽມຢາມ ແລະ ພົບປະແລກປ່ຽນ ຢູ່ເຫຼົ່າທັບທະຫານເຮືອ ເຂດ 3 ນະຄອນດານັງ ສສ ຫວຽດນາມ ໃນໂອກາດທີ່ມາແລກປ່ຽນ ແລະ ທັດສະນະສຶກສາ ຢູ່ທີ່ນະຄອນ ດານັງ ສສ ຫວຽດນາມ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ລິວແທງເຈືອງ ຮອງຫົວໜ້າການເມືອງ ເຫຼົ່າທັບທະຫານເຮືອ ເຂດ 3, ມີຄະນະນາຍທະຫານໜຸ່ມ ກອງທັບລາວ-ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ລິວແທງເຈືອງ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ຄະນະນາຍທະຫານໝຸ່ມກອງທັບປະຊາຊົນລາວ ທີ່ເດີນທາງມາຢ້ຽມຢາມ ແລະ ທັດສະນະສຶກສາໃນຄັ້ງນີ້ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສວຍງາມ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃນໄລຍະຜ່ານມາ ໃນຫຼາຍດ້ານ ໂດຍສະເພາະແມ່ນການສຶາສາອົບຮົບວຽກງານການເມືອງແນວຄິດ, ວຽກງານວິຊາສະເພາະ ແລະ ຂະບວນການດ້ານຕ່າງໆ. ໂອກາດນີ້ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍ ພັນເອກ ລິວແທງເຈືອງ ພ້ອມຄະນະ ແລະ ຕີລາເຖິງ ການພົວພັນຮ່ວມມືຂອງກອງທັບ ຫວຽດນາມ-ລາວ ໃນແຕ່ລະຂົງເຂດວຽກງານຊາວໝຸ່ມໃນໄລຍະຜ່ານມາ ແລະ ອະນາຄົດຕໍ່ໜ້າ ແມ່ນຍິ່ງຈະໄດ້ຮັບການເສີມຂະຫຍາຍການຮ່ວມມືກັນຢ່າງໃກ້ສິດ ແລະ ແໜ້ນແຟ້ນ. ພ້ອມທັງອວຍພອນໃຫ້ມິດຕະພາບການຮ່ວມມືຮອບດ້ານສອງພັກ, ສອງລັດກໍຄືສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເພີ່ມພູນຄູນສ້າງຂຶ້ນສູ່ລະດັບສູງ. ໂດຍ: ນ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ