ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ມອບໃບປະກາສະນີຍະບັດ ໃຫ້ນັກຮຽນ 2 ລະບົບ
ເວລາອອກຂ່າວ: 2025-06-27 15:53:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4361 | ຄວາມນິຍົມ: ![]()
ພິທີມອບໃບປະກາສະນະຍະບັດໃຫ້ນັກຮຽນນາຍສິບ ຊຸດທີ 38 ແລະ ນັກຮຽນບຳລຸງວັດທະນະທຳ ຊຸດທີ 10 ໄດ້ຈັດຂຶ້ນໃນວັນທີ 27 ເດືອນ ມິຖຸນາ 2025 ນີ້, ຢູ່ທີ່ເດີ່ນຜາມໄຊຂອງໂຮງຮຽນກໍ່ສ້າງນາຍສິບ ເລກ 1, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງ ຮຽນກໍ່ສ້າງນາຍ ເລກ 1, ມີຕາງໜ້າກົມໂຮງຮຽນ, ກົມກຳລັງພົນ, ມີຄະນະພັກ-ຄະນະອຳນວຍການ ອົງການ 5 ຫ້ອງ, 4 ກອງພັນ, ພະນັກງານ-ຄູອາຈານ ແລະ ນັກຮຽນທັງ 2 ລະບົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານຂໍ້ຕົກລົງ ກົມໃຫ່ຍເສນາທິການກອງທັບ ວ່າດ້ວຍການອະນຸມັດປິດ ສົກຮຽນຮຽນຂອງໂຮງຮຽນກໍ່ສ້າງນາຍສິບ ເລກ 1, ພ້ອມທັງສະຫຼຸບຜົນຂອງການຈັດຕັ້ງປະຕິບັດໂຄງການອົບຮົມຫັດແອບນັກຮຽນນາຍສິບ ແລະ ນັກຮຽນບຳລຸງວັດທະນະທຳ ປະຈຳສົກຮຽນ 2024-2025. ເຊິ່ງຄະນະພັກ-ຄະນະບັນຊາໂຮງຮຽນແຕ່ລະຂັ້ນໄດ້ເອົາໃຈໃສ່ໃກ້ສິດ ຕິດແທດກັບນັກຮຽນຕົວຈິງ ຕະຫຼອດໄລຍະການສຶກສາຮໍ່າຮຽນ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ ຕິດພັນກັບກັບການຊີ້ນຳ-ນຳພາ, ກອງພັນ, ກອງຮ້ອຍ, ຄູ-ອາຈານ ເອົາໃຈໃສ່ຄຸ້ມຄອງດ້ານລະບຽບແບບ ແຜນຢ່າງເຂັ້ມງວດ, ບໍ່ອະນຸຍາດໃຫ້ນັກຮຽນອອກຄ້າຍຕາມລຳພັງໃຈຖ້າບໍ່ໄດ້ຮັບອະນຸຍາດຈາກຜູ້ບັນຊາ ແລະ ພາກສ່ວນຮັບຜິດຊອບ, ຖືເອົາການຂຶ້ນຫ້ອງອົບຮົມ, ສິດສອນທາງດ້ານທິດສະດີ ຫຼັກການເປັນຈຸດໜັກ, ຖືເອົາການຫັດແອບຕົວຈິງເປັນສຳຄັນ ແລະ ເອົາການຄົ້ນຄວ້າທວນຄືນ, ສອບເສັງໃນແຕ່ລະວິຊາເປັນໄມ້ ວັດແທກຄວາມຮູ້ ຄວາມສາມາດ ສະແດງອອກໃນເວລາຫັດແອບຮໍ່າຮຽນ. ເຊິ່ງມີນັກຮຽນທັງໝົດ 356 ສະຫາຍ, ກໍ່ສ້າງນາຍສິບລະບົບ 10 ເດືອນ ມີ 261 ສະຫາຍ, ມາຈາກກຳລັງຫຼວງ-ກຳລັງທ້ອງຖິ່ນ, ຮຽນ ແລະ ກວດກາສອບເສັງທັງໝົດ 16 ວິຊາໃນນັ້ນເສັງຈົບຊັ້ນມີ 5 ວິຊາ, ຄະແນນດີຫຼາຍ 62 ສະຫາຍ, ຄະແນນດີ 192 ສະຫາຍ, ຄາດໝາຍ 7 ສະຫາຍ, ຄະແນນ ລວມ 32.460 ຄະແນນ, ຄະແນນສະເລ່ຍ 124,36 ຄະແນນຕໍ່ຄົນ, ຕີລາຄາຜົນໄດ້ຮັບ 77,72% ໄດ້ລະດັບດີ, ບັນຊາຂັ້ນຫົວໜ້າໝູ່ 207 ສະຫາຍ, ຮອງຫົວໜ້າໝູ່ 53 ສະຫາຍ, ນັກຮົບ 1 ສະຫາຍ, ພ້ອມທັງ ປະດັບຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 24 ສະຫາຍ, ສິບຕີ ຂຶ້ນ ສິບເອກ 224 ສະຫາຍ, ລະບົບນັກຮຽນບຳລຸງວັດທະນະທຳຊັ້ນ ມ 7 ລະບົບ 2 ປີ ມີ 55 ສະຫາຍ, ມາຈາກກຳລັງຫຼວງ-ກໍາລັງທ້ອງຖິ່ນ, ມີ 4 ວິຊາສອບເສັງ, ຕີລາຄາການຮຽນເສັງໄດ້ 100%. ຈາກນັ້ນ, ກໍໄດ້ມອບໃບປະກາສະນີຍະບັດໃຫ້ນັກຮຽນທັງ 2 ລະບົບຢ່າງສົມກຽດ.
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີບຕໍ່ຜົນສຳເລັດຂອງນັກສຶກສາຄັ້ງນີ້ ແລະ ຮຽກຮອ້ງໃຫ້ນັກຮຽນແຕ່ລະສະຫາຍທີ່ຈົບໄປຕ້ອງໄດ້ເອົາໃຈໃສ່ນຳເອົາບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ນຳໄປໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ມີຜົນສຳເລັດ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄວາມຮູ້ ຄວາມສາມາດ, ນຳເອົາຄວາມຮູ້ພື້ນຖານດັ່ງກ່າວນີ້ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ມີໃບໜ້າອັນໃໝ່ ເພື່ອສ້າງຕົນເອງໃຫ້ກາຍເປັນນາຍທະຫານຜູ້ສືບທອດທີດີຂອງກອງທັບໃນອະນາຄົດ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















