ກອງບັນຊາການທະຫານແຂວງອຸດົມໄຊ ມອບໝາຍໜ້າທີ່ຮັບຜິດຊອບບັ້ນເປີດອົບຮົມກົດໝາຍ ໄລຍະສັ້ນ
ເວລາອອກຂ່າວ: 2025-06-30 12:05:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2141 | ຄວາມນິຍົມ: ![]()
ໃນວັນທີ 30 ມິຖຸນາ 2025 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ ມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຮັບຜິດຊອບ ບັ້ນເປີດອົບຮົມກົດໝາຍໄລຍະສັ້ນ 45 ວັນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ນາງ ສຸລີຈັນ ເສດສົງຄາມ ຮອງຫົວໜ້າພະແນກຍຸຕິທໍາແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ອະນຸກຳມະການ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ແສນອາລິນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະຊີ້ນຳລວມ-ອະນຸກຳມະການ, ຄະນະຮັບຜິດຊອບ ບັ້ນເຝິກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ ໃນນີ້, ແຕ່ງຕັ້ງຫົວໜ້າຄະນະຊີ້ນຳລວມ, ອະນຸກຳມະການເນື້ອໃນ, ບົດສອນ, ຄູ-ອາຈານ, ພິທີການ, ອະນຸກຳມະການເສດຖະກິດ, ອະນຸກຳມະການຂະບວນການ, ພາກສ່ວນຮັບໃຊ້ ແລະ ອື່ນໆ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ເນັ້ນໜັກໃຫ້ແຕ່ລະອະນຸກໍາມະການ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມລະບຽບຫຼັກການໃຫ້ຖືກຕ້ອງ, ເຂັ້ມງວດ ເພື່ອບັນລຸເປົ້າໝາຍທີ່ວາງໄວ້, ພ້ອມກັນສ້າງຂະບວນການຕ່າງໆ ຕະຫຼອດໄລຍະເຝິກອົບຮົມໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















