ປະກາດການຮັບຮອງບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ເປັນຕົວເມືອງນ້ອຍໃນຊົນນະບົດ
ເວລາອອກຂ່າວ: 2025-06-30 15:53:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2405 | ຄວາມນິຍົມ: ![]()
ພິທີ ປະກາດການຮັບຮອງບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເຈົ້າແຂວງ ແຂວງຊຽງຂວາງ, ມີສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳແຂວງ, ເມືອງ, ບ້ານ ແລະ ບັນດາຜູ້ຕາງໜ້າ ຈາກກະຊວງປ້ອງກັນປະເທດ, ແຂກຖືກເຊີນຈາກສູນກາງ, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນ ແລະ ຊາວໜຸມ-ໄວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ໄດ້ມີຄຳເຫັນວ່າ: ການປະກາດສ້າງບ້ານຄັງງວຽງເປັນຕົວເມືອງນ້ອຍໃນຄັ້ງນີ້ ສະແດງໃຫ້ເຫັນຜົນສໍາເລັດໃນການພັດທະນາ ເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ກາຍເປັນຕົວເມືອງຊົນນະບົດ ທີ່ສວຍງາມ ຄົບຖ້ວນຕາມເງື່ອນໄຂຕົວເມືອງນ້ອຍຊົນນະບົດໃໝ່ ທັງນີ້, ກໍຍ້ອນຄວາມເອົາໃຈໃສ່ ຂອງພັກ-ລັດຖະບານ ແລະ ການສຸມທຸກກໍາລັງພົນ, ພາຫະນະເຕັກນິກ ຂອງກະຊວງປ້ອງກັນປະເທດ ແລະ ງົບປະມານຂອງລັດຖະບານ ເຊິ່ງໄດ້ຮັບການຮ່ວມມືປະກອບສ່ວນອັນສໍາຄັນ ຈາກອໍານາດການປົກຄອງແຂວງຊຽງຂວາງ, ເມືອງໝອກ, ບັນດາບ້ານ ແລະ ການຈັດຕັ້ງທຸກຂະແໜງການ ຕະຫຼອດຮອດປະຊາຊົນບັນດາເຜົ່າ. ພິເສດ ການປະກາດຮັບຮອງເອົາບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ເປັນຕົວເມືອງນ້ອຍຊົນນະບົດໃໝ່ນີ້ ແມ່ນຜົນງານອັນໃຫຍ່ຫຼວງ ຂອງພັດທະນາ ແລະ ວຽກງານ 3 ສ້າງ ຂອງພັກ-ລັດຖະບານ ແລະ ເປັນຜົນສໍາເລັດອັນສໍາຄັນ ຂອງການນໍາພາ-ຊີ້ນໍາ ຂອງການນໍາແຂວງຊຽງຂວາງ ແລະ ການປະກອບຢ່າງຕັ້ງໜ້າ ຂອງກະຊວງປ້ອງກັນປະເທດ, ອົງການຈັດຕັ້ງທຸກພາກສ່ວນໃນທົ່ວສັງຄົມ ຈຶ່ງມີຜົນສໍາເລັດໃນວັນນີ້. ຈາກນັ້ນ, ສະຫາຍ ນາງ ຈຳປາ ລີ ນາຍບ້ານ ບ້ານຄັງວຽງ ໄດ້ຕາງໜ້າຄະນະພັກ-ອົງການປົກຄອງບ້ານ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ປີ 2024-2025 ແລະ ທິດທາງແຜນການ ຮອດປີ 2030 ຂອງບ້ານຄັງວຽງ. ພ້ອມນັ້ນ, ສະຫາຍ ສົມສະໝອນ ພະລີຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ໄດ້ຜ່ານບົດລາຍງານ ການປະເມີນຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມ 16 ມາດຕະຖານ ຂອງດຳລັດ ເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ອີງຕາມ ຄໍາສັ່ງແນະນຳ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. ພ້ອມທັງ ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ແຂວງຊຽງຂວາງ ວ່າດ້ວຍການຮັບຮອງ ບ້ານຄັງວຽງ ເປັນບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດ.
ໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ຄະນະພັກ, ອົງການປົກຄອງເມືອງໝອກ, ຄະນະຮັບຜິດຊອບຕົວເມືອງນ້ອຍໃນຊົນນະບົດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຮັກສາມູນເຊື້ອ, ຮັກສາຄວາມສາມັກຄີຮັກແພງກັນ ເຕົ້າໂຮມຄວາມສາມັກຄີກັບທຸກພາກສ່ວນ ໂດຍສະເພາະ ແມ່ນພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ກຳລັງຫຼວງ, ກໍາລັງທ້ອງຖິ່ນ, ພາກລັດ, ເອກະຊົນ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ເປັນປຶກແຜ່ນແໜ້ນໜາ; ສືບຕໍ່ເອົາໃຈໃສ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີເນື້ອໃນເລິກເຊິ່ງ ສອດຫ້ອຍໄປທຸກຂົງເຂດວຽກງານ ແລະ ຕ້ອງເຮັດເປັນປົກກະຕິ ຕໍ່ເນື່ອງ ຕິດພັນກັບພາລະບົດບາດ ສິດໜ້າທີ່ ຂອງຕົນ ດ້ວຍຄວາມເອົາໃຈໃສ່ ເພື່ອເຮັດໃຫ້ທຸກຄົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍ, ຂອງພັກ ແລະ ບຽບກົດໝາຍຂອງລັດ ກໍຄືນິຕິກຳຕ່າງໆ ຂອງກະຊວງປ້ອງກັນປະເທດ, ຂອງແຂວງ ແລະ ເມືອງ ເພື່ອແນໃສ່ເຮັດໃຫ້ເຂົາເຈົ້າ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງ ຂອງລັດ.
ຈາກນັ້ນ, ໃນພິທີ ຍັງໄດ້ພ້ອມກັນເປີດປ້າຍບ້ານໃຫຍ່ຄັງວຽງ ເປັນຕົວເມືອງນ້ອຍໃນຊົນນະບົດ ພ້ອມທັງ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີປະກາດການຮັບຮອງບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ເປັນຕົວເມືອງນ້ອຍໃນຊົນນະບົດ ຢ່າງເປັນທາງການ.
ໂດຍ: ເພດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















