ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຄະນະຜູ້ແທນກົມສູ້ຮົບ ກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງພັນໃຫຍ່ 279
ເວລາອອກຂ່າວ: 2025-07-07 15:14:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2927 | ຄວາມນິຍົມ:



ໃນວັນທີ 7 ກໍລະກົດ 2025 ນີ້, ຄະນະຜູ້ແທນກົມສູ້ຮົບ ກອງທັບປະຊາຊົນຫວຽດນາມ ນໍາພາໂດຍ ສະຫາຍ ພົນຈັດຕະວາ ເລ ວັນດາງ ຮອງຫົວໜ້າກົມສູ້ຮົບ ກອງທັບປະຊາຊົນຫວຽດນາມພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງພັນໃຫຍ່ 279 ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີສະຫາຍ ພັນເອກ ບຸນປໍ ໄຊວົງສາ ຫົວໜ້າການທະຫານ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ພະແນກການ, ກອງພັນ, ກອງຮ້ອຍ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນປໍ ໄຊວົງສາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນໍາພາບັນຊາ ຂອງຄະນະພັກ-ຄະນະບັນຊາໃນແຕ່ລະຮຸ່ນ ກໍຄືໜ້າທີ່ການເມືອງ, ວິຊາສະເພາະຂອງກົມກອງ ທີ່ປະຕິບັດໄດ້ຮັບຜົນສໍາເລັດຮອບດ້ານໃນໄລຍະຜ່ານມາ. ພ້ອມທັງ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 279 ຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບຄະນະຜູ້ແທນກົມສູ້ຮົບ ກອງທັບປະຊາຊົນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ກົມກອງໃນຄັ້ງນີ້ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນໄລຍະທ້າຍສະໄໝ ຕິດພັນກັບການສ້າງຂະບວນການດ້ານຕ່າງ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ເລ ວັນດາງ ຕາງໜ້າຄະນະຜູ້ແທນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ພ້ອມທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຮ່ອມມືທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ບາດກ້າວອັນໃໝ່ຢ່າງເລິກເຊິ່ງ. ໂດຍ: ນ໋ອດ ແສນຈົງຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ