ກອງພົນທີ 3 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2023-2024
ເວລາອອກຂ່າວ: 2025-07-07 15:17:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2987 | ຄວາມນິຍົມ: ![]()
ວັນທີ ວັນທີ 4 ກໍລະກົດ 2025 ນີ້, ກອງພົນທີ 3 ໄດ້ປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳສົກ 2023-2024 ແລະ ວາງທິດທາງແຜນການ ປະຈໍາສົກ2024-2025 ຢູ່ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ເລຂາຄະນະພັກ, ຫົວໜ້າການເມືອງ, ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພົນທີ 3, ມີຄະນະພັກກອງພົນ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ມາຈາກອົງການ, ກົມກອງທົ່ວກອງພົນທີ 3 ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຕັນ ແສງມາລາພອນ ກໍາມະການຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ ກອງພົນທີ 3 ໄດ້ຜ່ານສະຫຼຸບຕີລາຄາຄືນການນໍາພາ-ຊີ້ນໍາ ວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳສົກ 2023-2024 ແລະ ທິດທາງແຜນການ ປະຈໍາສົກ 2024-2025. ໃນ 1 ປີຜ່ານມາ, ຄະນະພັກກອງພົນທີ 3 ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຖືເອົາວຽກງານວິຊາສະເພາະເປັນບັນຫາສໍາຄັນ ດ້ວຍການນໍາເອົາບັນດາມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທີງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ມາເຜີຍແຜ່ເຊື່ອມຊຶມຢ່າງທົ່ວເຖິງ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ. ນອກຈາກນີ້, ຄະນະພັກຍັງໄດ້ເອົາໃຈໃສ່ຊຸກຍູ້ຂະບວນການຕ່າງໆ ຕິດພັນກັບຂະບວນການກໍ່ສ້າງກອງ 3 ປອດ, ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາຢ່າງເປັນຂະບວນກວ້າງຂວາງ, ຄຽງຄູ່ກັບການປັບປຸງກໍ່ສ້າງພັກ ໄດ້ປະຕິບັດຢ່າງຖືກຕ້ອງຕາມ 5 ຫຼັກການ 3 ທິດນຳຂອງພັກ, ທົ່ວກອງພົນທີ 3 ມີ 1 ອົງຄະນະພັກ, ມີ 3 ຄະນະພັກ, ມີ 28 ຄະນະພັກຮາກຖານ, ມີ 138 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2.298 ສະຫາຍ, ຍິງ 185 ສະຫາຍ, ສະມາຊິກພັກສຳຮອງ 293 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 239 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 287 ສະຫາຍ, ສົ່ງໄປຮຽນ 38 ສະຫາຍ. ໃນໄລຍະ 1 ປີຜ່ານມາ, ສາມາດຕີລາຄາແບ່ງປະເພດຄຸນນະພາບ ຂອງສະມາຊິກພັກ ແລະ ໜ່ວຍພັກ ໃນນີ້, ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີຈໍານວນ 119 ໜ່ວຍພັກ, ໜ່ວຍພັກກາງ 18 ໜ່ວຍພັກ, ມີສະມາຊິກພັກແຂງ 2.023 ສະຫາຍ, ກາງ 144 ສະຫາຍ, ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບຮອງຕິດຕໍ່ກັນ VI ສະໄໝ ມີ 19 ໜ່ວຍພັກ, ຮັບຮອງ V ສະໄໝຕິດຕໍ່ມີ 20 ໜ່ວຍພັກ, ຮັບຮອງ IV ສະໄໝຕິດຕໍ່ກັນມີ 15 ໜ່ວຍພັກ, III ສະໄໝຕິດຕໍ່ກັນ 16 ໜ່ວຍພັກ, II ສະໄໝຕິດຕໍ່ກັນ 25 ໜ່ວຍພັກ, ຮັບຮອງໃໝ່ 21 ໜ່ວຍພັກ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນ ແນ່ໃສເສີມຂະຫຍາຍຈຸດດີ, ແກ້ໄຂດ້ານອ່ອນຂໍ້ຄ້າງ, ພ້ອມທັງ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳສົກ 2023-2024 ແລະ ຜ່ານຂໍ້ແຂ່ງຂັນຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳສົກ 2024-2025 ຕື່ມອີກ.
ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກແຕ່ລະຂັ້ນນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງກວ່າເກົ່າ.
ໂດຍ: ຄຳຜູຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















