ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໂອ້ລົມນັກກິລາ ທີ່ຈະເຂົ້າຮ່ວມກິລາມວນຊົນ ເຂດ 3 ເມືອງໄຊຍະບູລີ ເປັນເຈົ້າພາບ
ເວລາອອກຂ່າວ: 2025-07-07 15:19:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3702 | ຄວາມນິຍົມ:



ວັນທີ 5 ກໍລະກົດ 2025 ນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ພົບປະໂອ້ລົມນັກກິລາ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ທີ່ຈະເຂົ້າຮ່ວມແຂ່ງຂັນກິລາມວນຊົນ ເຂດ 3 ທີ່ເມືອງໄຊຍະບູລີເປັນເຈົ້າພາບ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII, ມີຄະນະຊີ້ນໍາ, ມີຄູເຝິກ ແລະ ນັກກິລາ ເຂົ້າຮ່ວມ. ສະຫາຍ ພັນຕີ ສຸທິ ພິລາງາມ ຮອງຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ຜ່ານການເຝິກຊ້ອນ ຍົກໃຫ້ເຫັນຈຸດດີ, ຈຸດຄົງຄ້າງ ແລະ ຄວາມພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະ ບູລີ ຄັ້ງທີ VIII ໃນຄັ້ງນີ້ ກອງບັນຊາການທະຫານແຂວງ ສົ່ງນັກກິລາເຂົ້າຮ່ວມ 50 ສະຫາຍ, ມີ 3 ປະເພດກິລາຄື: ກິລາບານເຕະ, ບານສົ່ງ ຍິງ-ຊາຍ ແລະ ກິລາກະຕໍ້. ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເສຍສະຫຼະເວລາ ແລະ ພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກໃນການເຂົ້າເຝິກຊ້ອມໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ຄະນະຊີ້ນໍາ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມກັນສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ນັກກິລາ ໃຫ້ມີຄວາມອຸ່ນອຽນທຸ່ນທຽງ ແລະ ຄູເຝິກຕ້ອງກໍາໄດ້ນັກກິລາແຕ່ລະສະຫາຍ, ຕ້ອງຊອກຮູ້ວິທີແກ້ໄຂໃນການຫຼິ້ນ, ການຫຼິ້ນຕ້ອງໄວ້, ມີເຕັກນິກ, ນັກກິລາ ຕ້ອງມີລະບຽບທີ່ເຂັ້ມງວດ, ຕ້ອງສຸມສະຕິປັນຍາເຫື່ອແຮງເຂົ້າໃສ່ການແຂ່ງຂັນ, ບຸກບືນສູ້ຊົນຍາດແຍ່ງເອົາໄຊຊະນະມາໃຫ້ຕົນເອງ ກໍຄືກອງບັນຊາການທະຫານແຂວງໄຊຍະບູລີ. ໂດຍ: ນາງ ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ