ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ເມສາ 2026

  

ທະຫານ​ເມືອງ​ບຸນ​ໃຕ້ ແຂວງ​ຜົ້ງ​ສາລີ ສະຫຼຸບ​ ຖອດ​ຖອນ​ບົດຮຽນ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-07-08 08:43:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1154 | ຄວາມນິຍົມ:



ໃນ​ວັນ​ທີ 2 ກໍລະກົດ 2025, ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ໃຕ້ ແຂວງ​ຜົ້ງ​ສາລີ ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນໂທ ທອງ​ດີ ພົມ​ປັນຍາ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະ ຫານ​ເມືອງ​ບຸນ​ໃຕ້, ມີ​ ສະຫາຍ ພັນ​ໂທ ທອງ​ວັນ ສຸວັນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະ ຫານ​ເມືອງ​ບຸນ​ໃຕ້, ຄະນະ​ພັກ-ຄະ ນະ​ບັນຊາ ພ້ອມ​ດ້ວຍນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈຳ​ເຈນ ອິນ​ທະແສນ ຫົວໜ້າ​ຫ້ອງການ​ບໍລິຫານ ໄດ້​ຜ່ານ​ບົດ​ສະຫຼຸບການ ຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ໄລ ຍະ 6 ເດືອນ​ຕົ້ນ​ປີ 2025; ຄະ ນະ​ພັກ-ຄະນະ​ບັນຊາໄດ້​ເອົາໃຈ ໃສ່ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ມີ​ຜົນສຳເລັດ, ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ ພ້ອມ​ທັງ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຢ່າງ​ເປັນ​ປົກກະຕິ, ວຽກ​ງານ​ພະລາທິການ​ໄດ້​ຊຸກຍູ້​ພະນັກງານ-ນັກຮົບເອົາ ໃຈໃສ່​ເພີ່ມ​ພູນ​ຜະລິດຜົນ​ປູກຝັງ-ລ້ຽງສັດ, ປູກ​ພືດ​ລົ້ມ​ລຸກ​ຕາມ​ລະ ດູ​ການ ສາມາດ​ສ້າງ​ລາຍຮັບເຂົ້າ​ ກົມ​ກອງ​ໄດ້ 80 ລ້ານ​ກວ່າກີບ, ວຽກງານເຕັກນິກໄດ້​ປົກ​ປັກ​ຮັກ ສາ, ບົວລະບັດ​ຜັດ​ເຊັດ​ພາຫະນະ​ເຕັກນິກ, ອາວຸດ​ລູກ​ກະສຸນ​ທີ່​ມີ​ຢູ່​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ. ສະຫາຍ ພັນ​ໂທ ທອງ​ດີ ພົມປັນຍາ ໄດ້​ຮຽກຮ້ອງ​ໃຫ້​ນາຍ ແລະ ພົນທະຫານ ສືບຕໍ່​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ, ຕ້ານ​ການ ​ຫຼິ້ນ​ກິນ​ຟຸມ​ເຟີຍ, ປະກົດ​ການ​ຫຍໍ້ ທໍ້​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ກົມ​ກອງ ແລະ ສ້າງ​ໃຫ້​ກົມ​ກອງ​ມີ​ຄວາມ​ເຂັ້ມແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ທອງ​ຈັນ ຍິງ​ຟອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ