ພະແນກປ້ອງກັນອາກາດ ກອງພົນທີ 3 ເຄື່ອນໄຫວກວດກາ ວຽກງານອົບຮົມ-ຫັດແອບ ຢູ່ ກອງພັນໃຫຍ່ 302
ເວລາອອກຂ່າວ: 2025-07-08 08:45:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1280 | ຄວາມນິຍົມ: ![]()
ໃນວັນທີ 1 ກໍລະກົດ 2025, ພະແນກປ້ອງກັນອາກາດ ກອງພົນທີ 3 ໄດ້ລົງເຄື່ອນໄຫວກວດ ກາວຽກງານອົບຮົມ-ຫັດແອບຂອງເຫຼົ່າຮົບວິຊາສະເພາະປ້ອງກັນອາກາດ ຢູ່ ກອງພັນໃຫຍ່ 302, ນຳໂດຍ ສະຫາຍ ພັນໂທ ຕຸລາວັນ ສິງວົງທຳ ຫົວໜ້າພະແນກປ້ອງກັນອາກາດ ກອງພົນ ທີ 3, ມີ ສະຫາຍ ພັນຕີ ພູວັນ ພົມມະວົງ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 302, ຄະນະພັກ-ຄະນະບັນຊາ ກອງຮ້ອຍປ້ອງກັນອາກາດ, ຂະ ແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ຍອດ ສອນທະວີ ຫົວໜ້າການທະຫານກອງຮ້ອຍປ້ອງກັນອາກາດ ກອງ ພັນໃຫຍ່ 302 ໄດ້ລາຍງານສະ ພາບການ ເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກງານຮອບດ້ານໃນໄລຍະ ຜ່ານມາ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ຈາກນັ້ນ, ສະຫາຍ ພັນໂທ ຕຸລາວັນ ສິງວົງທຳ ແລະ ສະຫາຍ ພັນຕີ ພູວັນ ພົມມະ ວົງ ໄດ້ຜັດປ່ຽນກັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນຳພຳແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີແນວຄິດການເມືອງໜັກແໜ້ນ, ເອົາໃຈໃສ່ປະຕິບັດຂໍ້ກຳ ນົດກົດລະບຽບຂອງກອງທັບໂດຍສະເພາະແມ່ນ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ໃຫ້ເຂັ້ມງວດ, ຕັ້ງໜ້າອອກແຮງເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເອົາໃຈໃສ່ເຝິກແອບຮໍ່າ ຮຽນການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໂດຍສະເພາະແມ່ນວິຊາສະເພາະເຫຼົ່າຮົບປ້ອງກັນອາກາດໃຫ້ມີຄວາມຊຳນິຊຳນານວ່ອງໄວ່ຄ່ອງແຄ້ວ, ເອົາໃຈໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເຮັດໃຫ້ຊີວິດການເປັນຢູ່ຂອງກົມກອງນັບມື້ດີຂຶ້ນ. ໂອກາດດຽວກັນນີ້ ທາງຄະນະທີມງານຍັງໄດ້ມອບວັດຖຸປັດໄຈ ເປັນໝີ່ສຳເລັດຮູບ 6 ແກັດ, ປາກະປ໋ອງ 3 ແຟັກ, ແຟັບ, ສະບູ ແລະ ເງິນສົດ ຈໍານວນ 3.350.000 ກີບ ໃຫ້ກອງ ຮ້ອຍປ້ອງກັນອາກາດ ຕື່ມອີກ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















