ໜ່ວຍສະຫະພັນແມ່ຍິງຮາກຖານ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-07-08 10:11:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1733 | ຄວາມນິຍົມ: ![]()
ວັນທີ 7 ກໍລະກົດ 2025 ນີ້, ໜ່ວຍສະຫະພັນແມ່ຍິງຮາກຖານ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ໄດ້ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ, ຄະນະນໍາສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ແຂກທີ່ເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຍົກໃຫ້ເຫັນຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງແມ່ຍິງລາວໃນເມື່ອກ່ອນ ໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ ໂດຍໄດ້ຈັດຕັ້ງໜ່ວຍຍຸວັນນະລີຂຶ້ນ (ໜ່ວຍສິລະປະກອນຍິງໜຸ່ມ) ຕໍ່ມາກໍມີໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ກວ້າງຂວາງ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນ (ຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ) ເພື່ອນໍາພາແມ່ຍິງໃນທົ່ວປະເທດ ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ແມ່ຍິງລາວຈໍານວນບໍ່ໜ້ອຍຖືກສັດຕູຈັບຄຸມຂັງ, ທຸບຕິທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ ແຕ່ແມ່ຍິງເດັດຂາດບໍ່ຍອມຈໍານົນ, ບໍ່ຍອມໄຂຄວາມລັບ ເດັດດ່ຽວຕໍ່ສູ້ຢ່າງພິລາດອາດຫານ, ທໍລະຫົດອົດທົນ, ອັນໄດ້ເຮັດໃຫ້ແມ່ປ້ານ້າອາ ຂອງແມ່ຍິງລາວ ໄດ້ຮັບນາມະຍົດເປັນວີລະຊົນແຫ່ງຊາດ 22 ທ່ານ ແລະ ໄດ້ຮັບນາມະຍົດນັກຮົບແຂ່ງຂັນ 24 ທ່ານ ນອກນັ້ນ, ຍັງມີແມ່ຍິງຈໍານວນຫຼາຍໄດ້ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆ ພ້ອມທັງໄດ້ຮັບໃບຍ້ອງຍໍຈາກພັກ ແລະ ລັດຖະບານຫຼາຍລະດັບ, ພາຍຫຼັງປະເທດຊາດໃດ້ຮັບການປົດປ່ອຍ ແມ່ຍິງລາວບັນດາເຜົ່າໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກ-ລັດ ແມ່ຍິງລາວໃນຂອບເຂດທົ່ວປະເທດ ສາມາດຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງຜູ້ແທນແມ່ຍິງລາວ ແຕ່ລະຄັ້ງມາເປັນແຜນງານ, ໂຄງການຢ່າງລະອຽດ ແລະ ໄດ້ຮັບຜົນສໍາເລັດໃນແຕ່ລະໄລຍະ.
ໃນໂອກາດດັ່ງກ່າວ, ຍັງໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະຍິງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ຕື່ມອີກ.
ໂດຍ: ນາງ ນາລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















