ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ຕ້ອນຮັບຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີ ມອບ-ຮັບ ໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ຜົ້ງສາລີ
ເວລາອອກຂ່າວ: 2025-07-08 10:56:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1506 | ຄວາມນິຍົມ:



ວັນທີ 5 ກໍລະກົດ 2025 ນີ້, ສະຫາຍ ພັນເອກ ສອນທະວີ ຈັນທະທຸມມາ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າກອງເລຂາ ໂຄງການຮ່ວມມືພັດທະນາກຸ່ມບ້ານ ບໍລິເວນຊາຍແດນ ລາວ-ຫວຽດນາມ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ ສະຫາຍ ພັນເອກ ຫງວຽນ ດັງແທງ ຮອງຫົວໜ້າກົມການເງິນ, ຜູ້ປະຈໍາການຄະນະຊີ້ນໍາໂຄງການກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະນະ, ຢູ່ດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ, ໂອກາດເດີນທາງເຂົ້າຮ່ວມພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ, ເມືອງກວັນ, ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ, ເມືອງສໍາພັນ, ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານ ບໍລິເວນຊາຍແດນ ລາວ-ຫວຽດນາມ. ພາຍຫຼັງ, ຕ້ອນຮັບຄະນະຝ່າຍ ຫວຽດນາມ ຈາກດ່ານແລ້ວ ໄດ້ນໍາພາຄະນະເດີ່ນທາງໄປ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອສຶບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວ ໃນການກະກຽມ, ກວດກາວຽກງານດ້ານຕ່າງໆ ໃຫ້ແກ່ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ, ເມືອງກວັນ, ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ, ເມືອງສໍາພັນ, ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ທີ່ຈະໄດ້ຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້ ໃຫ້ຄວາມເອກະພາບ ແລະ ມີຜົນສໍາເລັດຕາມແຜນການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ