ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 14 ພະຈິກ 2025

  

ກອງບັນຊາການທະການແຂວງສະຫວັນນະເຂດ ປິດຊຸດຮຽນວິຊາສະເພາະ ອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ລະບົບ 10 ເດືອນ ຊຸດທີ IV ປະຈຳສົກຮຽນ 2024-2025
ເວລາອອກຂ່າວ: 2025-07-08 12:36:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1274 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີ ປິດຊຸດຮຽນວິຊາສະເພາະອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ລະບົບ 10 ເດືອນ ຊຸດທີ IV ປະຈຳສົກຮຽນ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ກົມກອງຈາກກຳລັງຫຼວງ ແລະ ທ້ອງຖິ່ນ ພາກກາງ ແລະ ພາກໃຕ້, ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ພະນັກງານຄູ-ອາຈານ, ແຂກທີ່ຖືກເຊີນ ແລະ ນັກຮຽນກໍ່ສ້າງອຸປະໂພກ-ບໍລິໂພກເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ແສງເພັດ ວົງດາລາ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສະຫຼຸບຕີລາຄາການຈັດຕັ້ງການຮຽນ-ການສອນວຽກງານອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ໄລຍະ 10ເດືອນຜ່ານມາ, ຄະນະຮັບຜິດຊອບແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ເພື່ອເຮັດໃຫ້ນັກຮຽນມີຄວາມຕື່ນຕົວເປັນເຈົ້າການໃນການຮໍ່າຮຽນ. ສາມາດຕີລາຄາຜົນໄດ້ຮັບຄື: ສອບເສັງພາກເສນາພະລາ ເກັ່ງ 66 ສະຫາຍ ເທົ່າກັບ 93%, ຂັ້ນກາງ 5 ສະຫາຍ ເທົ່າກັບ 7%; ພາກວິຊາການເງິນ ເກັ່ງ 70 ສະຫາຍ ເທົ່າກັບ 99%, ຂັ້ນກາງ 1 ສະຫາຍ ເທົ່າກັບ1%; ພາກວິຊາອຸປະໂພກ-ບໍລິໂພກ ເກັ່ງ 61 ສະຫາຍ ເທົ່າກັບ 86%, ຂັ້ນກາງ 10 ສະຫາຍ ເທົ່າກັບ 14% ການຈັດຕັ້ງອົບຮົມ-ຫັດແອບສາມາດຮັບປະກັນໄດ້ຄວາມປອດໄພ 100%. ຈາກນັ້ນ, ໄດ້ປະກາດການເລື່ອນຊັ້ນສິບຕີ ແລະ ສິບໂທ ເລື່ອນຂຶ້ນ ຊັ້ນສິບເອກ ຈຳນວນ 23 ສະຫາຍ. ພ້ອມນີ້, ຍັງໄດ້ມອບປະກາດສະນີຍະບັດໃຫ້ ນັກຮຽນວິຊາສະເພາະອຸປະໂພກ-ບໍລິໂພກ ຈໍານວນ 71 ສະຫາຍ ພ້ອມທັງ ມອບໃບຍ້ອງໃຫ້ຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 56 ສະຫາຍ ໂດຍ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ພ້ອມຄະນະ ໄດ້ຜັດປ່ຽນກັນປະດັບຊັ້ນ ແລະ ມອບຢ່າງສົມກຽດ. ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໂຮງຮຽນ ກໍຄືຄະພັກ-ຄະນະບັນຊາ, ພະນັກງານ-ຄູອາຈານ ໄດ້ສຸມຈິດໃຈ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສິດສອນຈົນສໍາເລັດ. ພ້ອມທັງ ຮຽກຮ້ອງໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໂດຍສະເພາະການປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ, ນໍາເອົາບົດຮຽນ, ຄວາມຮູ້ ຄວາມສາມາດທີ່ໄດ້ຮໍ່າຮຽນມາໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ຄໍາໃສ+ພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ