ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 19 ເມສາ 2026

  

ກອງຮ້ອຍ 15 ທະຫານ​ແຂວງ​ອຸດົມ​ໄຊ ຮັບ​ສະມາຊິກ​ພັກ​ໃໝ່
ເວລາອອກຂ່າວ: 2025-07-16 09:56:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2372 | ຄວາມນິຍົມ:



ໃນ​ວັນ​ທີ 9 ກໍລະກົດ 2025, ໜ່ວຍ​ພັກ​ກອງຮ້ອຍ 15 ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊໄດ້​ຈັດ​ພິທີ​ຮັບ​ມະຫາຊົນ​ຜູ້​ກ້າວ ໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສະໄໝ​ສຳຮອງ ແລະ ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ​ເປັນ​ສະມາຊິກ​ພັກ​ສົມບູນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ພອນ ແສນ​ອາ​ລິນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະ​ນະ​​ບັ​ນຊາ ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ​ສະ ມາຊິກ​ພັກ​ສົມບູນ-ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສີ​ສະຫວ່າງ ແດງ​ສະຫວັນ ຮອງ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ວ່າ​ດ້ວຍ​ການ​ອະນຸມັດ​ເລື່ອນ​ສະມາຊິກ​ພັກ​ສຳຮອງ​ເປັນ​ສະມາຊິກ​ພັກ​ສົມບູນ, ອີງ​ຕາມ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະ ໄໝ​ທີ XI ວ່າ​ດ້ວຍ​ການ​ພິຈາລະນາ​ເລື່ອນ​ສະມາຊິກ​ພັກ​ສຳ ຮອງ​ເປັນ​ສະມາຊິກ​ພັກ​ສົມບູນ​ຈຳ ນວນ 5 ສະຫາຍ ແລະ ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ ຈຳນວນ 7 ສະຫາຍ. ສະຫາຍ ພັນ​ໂທ ສົມ​ພອນ ແສນ​ອາ​ລິນ ໄດ້​ເນັ້ນ​ໜັກ​ຕໍ່​ຄະນະ​ໜ່ວຍ​ພັກ-ສະມາຊິກ​ພັກ​ເອົາ ໃຈໃສ່​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ການ​ຂະ ຫຍາຍ​ພັກ​ຕ້ອງ​ຍຶດ​ເອົາ​ຫຼັກການ ແລະ ກົດ​ລະບຽບ​ຂອງ​ພັກ​ຢ່າງ​ຖືກຕ້ອງ​ເຂັ້ມ​ງວດ, ສະມາຊິກ​ພັກ​ຕ້ອງ​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນ​ທາດ​ການ ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິ ວັດ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ແລະ ພາຍ​ນອກ, ລົງ​ໃກ້ ຊິດຕິດແທດ​ກັບ​ມະຫາຊົນ, ຊອກ​ຮູ້​ຮ່ຳຮຽນ​ຍົກ​ສູງ​ວິຊາ​ສິ​ເພາະ, ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທີງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເຂົ້າ​ຮ່ວມ​ດຳເນີນ​ຊີວິດ​ການເມືອງ​ໃຫ້​ເປັນ​ປົກກະຕິ, ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ທີ່​ພັກ ແລະ ຂັ້ນ​ເທີງ​ມອບ​ໝາຍ​ໃຫ້​ສຳເລັດ ແລະ ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ສະ ມາຊິກ​ພັກ​ແບບຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະຫາຊົນ. ໂດຍ: ເພັດ​ໄຊ ສີ​ສຸ​ແພງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ