ເປີດຊຸດເຝິກອົບຮົມວຽກງານວິທະຍຸກະຈາຍສຽງ, ໂທລະພາບ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປະຈຳປີ 2025
ເວລາອອກຂ່າວ: 2025-07-16 10:05:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1963 | ຄວາມນິຍົມ: ![]()
ວັນທີ 14 ກໍລະກົດ 2025 ນີ້, ທີ່ສູນ 871 ກອງທັບປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ພິທີເປີດຊຸດອົບຮົມວຽກງານວິທະຍຸກະ
ຈາຍສຽງ, ໂທລະພາບ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປະຈຳປີ 2025, ໂດຍມີ ສະຫາຍພັນເອກ ຟາມວັນຕູ ຫົວໜ້າອຳນວຍການສູນວິທະຍຸ, ໂທລະພາບກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ວູ້ດຶກເກືອງ ຮອງຫົວໜ້າກອງ 871 ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພັນໂທ ນາງ ພັດສະພອນ ຈັນທະວົງ ຫົວໜ້າຄະນະນັກຝຶກອົບຮົມວຽກ
ງານສື່ມວນຊົນກອງທັບປະຊາຊົນລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ນັກຝຶກອົບຮົມຈາກກອງວິທະຍຸ ແລະ ໂທລະພາບກອງທັບປະຊາຊົນລາວ ເຂົ້າຮ່ວມ.
ການເປິດຊຸດຝຶກອົບຮົມວຽກງານວິທະຍຸກະຈາຍສຽງ ແລະ ໂທລະພາບ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໃນຄັ້ງນີ້, ແມ່ນການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະສື່ມວນຊົນ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນປະສົບການ ກ່ຽວກັບຂັ້ນຕອນການຜະລິດລາຍການວິທະຍຸ, ການຈັດທຳລາຍການອອກອາກາດສົດ, ການເກັບກຳຂໍ້ມູນ,
ການນຳສະເໜີຂ່າວ, ບົດສາລະຄະດີ (ໃນຮູບແບບໃໝ່), ເຕັກນິກການຖ່າຍພາບ, ຮູບແບບການສຳພາດ, ການລາຍງານຂ່າວໃນການປະຕິບັດໜ້າທີ່ພາກສະໜາມ,
ຂະບວນການຜະລິດລາຍການສົດໂທລະພາບ ແລະ ວຽກງານອື່ນໆ. ນອກນີ້, ນັກຝຶກອົບຮົມຈະໄດ້ລົງທັດສະນະຢ້ຽມຢາມ ບັນດາກົມກອງ ຈຳນວນໜຶ່ງຕື່ມອີກ, ເພື່ອເຮັດໃຫ້ສື່ມວນຊົນຂອງກອງທັບປະຊາຊົນລາວ ໄດ້ຮັບການພັດທະນາດີຂຶ້ນ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ທັງເປັນປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືສູນວິທະຍຸກະຈາຍສຽງ, ໂທ
ລະພາບກອງທັບປະຊາຊົນຫວຽດນາມ ກັບ ກອງວິທະຍຸກະຈາຍສຽງ, ໂທລະພາບກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວເຂົ້າສູ່ລ່ວງເລິກຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















