ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ພະນັກງານ-ນັກຮົບ ຢູ່​ປ້ອມ​ຜາ​ມົນ ເມືອງ​ປາກ​ທາ
ເວລາອອກຂ່າວ: 2025-07-16 10:15:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2167 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ຄອບຄົວ​ຂອງ​ສະຫາຍ ພັນ​ເອກ ສຸກ​ສະ​ຫວັດ ດາລາ​ສຸກ ຫົວໜ້າ​ການ​ທະ ຫານ ກອງ​ພົນ​ທີ 3 ໄດ້​ນຳເອົາ​ ວັດຖຸ​ປັດ​ໄຈ ເປັນ​ເຄື່ອງອຸປະ ໂພກ-ບໍລິໂພກ ລວມ​ມູນ​ຄ່າ​ທັງ ​ໝົດ 5 ລ້ານ​ກວ່າ​ກີບ ໄປ​ມອບ​ໃຫ້​ພະນັກງານ-ນັກຮົບ ທີ່​ພວມ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ປ້ອມ​ຜາ​ມົນ ເມືອງ​ປາກ​ທາ ແຂວງ​ບໍ່​ແກ້ວ, ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ຈອມ​ໃຈ ໄຊ​ພະ​ວົງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3 ພ້ອມ​ດ້ວຍ​ຄະນະ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປະກອບ ສ່ວນ​ຊຸກຍູ້ ພະນັກງານ-ນັກຮົບ ທີ່​ພວມ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ໃຫ້​ມີ​ກຳລັງ​ແຮງ​ໃຈ ໃນ​ການ​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຊາດ ໄວ້​ໃຫ້​ໝັ້ນຄົງ. ໂດຍ: ທອງ​ເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ