ໂຮງຮຽນທິດສະດີການເມືອງກອງທັບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-07-16 14:01:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1477 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2025 ນີ້, ພະແນກສະຫະພັນແມ່ຍິງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025), ພາຍໃຕ້ ຄໍາຂວັນ: “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ທິມສາວ ດວງຈຳປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພັນໂທ ນາງ ທອງໃບ ສຸພາພັກດີ ຫົວໜ້າພະແນກສະຫະພັນແມ່ຍິງ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະໜ່ວຍສະຫະພັນແມ່ຍິງ-ຊາວໜຸ່ມ ພ້ອມດ້ວຍສະມາຊິກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ພູວັນ ທິບພະວົງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານແຜນການ ວ່າດ້ວຍການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ ໃຫ້ມີຄວາມໝາຍ ຄວາມສໍາຄັນ, ທັງເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນບຸນປະຫວັດສາດສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ມີບັນຍາກາດຟົດຟື້ນ ທັງນີ້, ເພື່ອຮັດແໜ້ນຄວາມສາມັກຄີພາຍໃນໃຫ້ເລິກເຊິ່ງ, ພາຍນອກໃຫ້ກວ້າງຂວາງ ໂດຍ ສະເພາະແມ່ນສະມາຊິກສະຫະພັນແມ່ຍິງ ໂຮງຮຽນທິດສະດີການເມືອງກອງທັບ ໃຫ້ມີຄວາມແໜ້ນແຟ້ນ, ທັງເປັນການຖອດຖອນບົດຮຽນແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ໃຫ້ນັບມື້ກວ້າງຂວາງ.
ຈາກນັ້ນ, ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ທີ່ມີເນື້ອໃນສ່ອງແສ່ງເຖິງບົດບາດແມ່ຍິງ ໂດຍຜ່ານບົດຟ້ອນ, ຂັບຮ້ອງທຳນອງທີ່ມ່ວນອ່ອນຊ້ອຍ ຈາກໜ່ວຍສິລະປະສະໝັກຫຼິ້ນ ຂອງໂຮງຮຽນທິດສະດີການເມືອງກອງທັບ ແລະ ຮັບຊົມການສະແດງຫັດກາຍມືເປົາສອງບົດ 24 ຈັງຫວະ ຂອງສະມາຊິກສະຫະພັນແມ່ຍິງ ໂຮງຮຽນທິດສະດີການເມືອງກອງທັບ ນອກນັ້ນ, ຍັງມີກິດຈະກຳປິ່ນອ້ອມອີກຈຳນວນໜຶ່ງ ເປັນຕົ້ນແມ່ນ ການແຂ່ງຂັນກິລາແລ່ນເປົາ ແລະ ແພມັດຕາທວາຍ ຊັ້ນ, ຊື່, ນາມສະກຸນ ຄະນະພັກ-ຄະນະອຳນວຍການ ເຊິ່ງໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















