ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ເມືອງກາສີ ປ່ອຍປາຄືນສູ່ທໍາມະຊາດ ຈໍານວນ 10.000 ໂຕ
ເວລາອອກຂ່າວ: 2025-07-16 14:32:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2650 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີ ປ່ອຍປາຄືນສູ່ທຳມະຊາດ ຢູ່ວັງສະຫງວນ ເຂດກ້ອງຂົວນໍ້າລີກ ບ້ານນາມົນໃໝ່ ເມືອງກາສີ ໂດຍມີທ່ານ ບຸນມີ ບົວລິວັນ ຮັກສາການເຈົ້າເມືອງ ເມືອງກາສີ, ທ່ານ ບຸນທ່ຽງ ວິລະພົນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ອຳນາດການປົກຄອງບ້ານນາມົນ ພ້ອມດ້ວຍພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນທ່ຽງ ວິລະພົນ ໄດ້ຜ່ານບົດສະຫຼຸບການປ່ອຍປາຄືນສູ່ທໍາມະຊາດໃນວັນປ່ອຍປາແຫ່ງຊາດ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ ວ່າ: ໃນຊຸມປີຜ່ານມາ, ການນໍາເມືອງ ໄດ້ສົມທົບກັບຫ້ອງການທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນ ແລະ ການຈັດຕັ້ງບ້ານທີ່ມີເງື່ອນໄຂສ້າງຕັ້ງວັງສະຫງວນປ່ອຍປາລົງສູ່ແມ່ນໍ້າທຳມະຊາດ, ອານຸລັກສັດນໍ້າ-ສັດປ່າ ເພື່ອເຮັດໃຫ້ສັດມີການຂະຫຍາຍຕົວ ແລະ ມີຈໍານວນເພີ່ມຂຶ້ນໃນແຕ່ລະປີນັ້ນ ນັບແຕ່ປີ 2019-2024 ໄດ້ປ່ອຍປາລົງສູ່ແມ່ນໍ້າລີກ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງກາສີ ແລະ ສາຂາແມ່ນໍ້າລີກຈໍານວນໜຶ່ງ ມີຈໍານວນ 251.000 ໂຕ, ໃນປີ 2025 ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ຈັດຊື້ລູກປາ ຈໍານວນ 10.000 ໂຕ ໃນນັ້ນ, ມີປາໄນ 4.000 ໂຕ, ປາອິນເດຍ 3.000 ໂຕ ແລະ ປາປາກ 3.000 ໂຕ ເພື່ອປ່ອຍຄືນສູ່ທໍາມະຊາດ. ໃນໂອກາດນີ້, ທ່ານ ບຸນມີ ບົວລິວັນ ໄດ້ກ່າວວ່າ: ຈຸດປະສົງ ຂອງການປ່ອຍປາໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນປ່ອຍປາແຫ່ງຊາດ ແລະ ເຮັດໃຫ້ປະຊາຊົນບັນດາເຜົ່າເຫັນໄດ້ເຖິງຄວາມໝາຍຄວາມສຳຄັນໃນວັນດັ່ງກ່າວ ໃນການຮັກສາສັດນໍ້າບໍ່ໃຫ້ສູນພັນ ທັງເປັນການຂະຫຍາຍພັນສັດນໍ້າໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອສ້າງຄວາມສົມດູນໃຫ້ແກ່ທຳມະຊາດ ແລະ ຮຽກຮ້ອງມາຍັງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການປົກປັກຮັກສາສັດນໍ້າ ຫາກິນແບບຊອບທຳ ຫາຢູ່ນອກຂອບເຂດປ້າຍຫ້າມ ເພື່ອເປັນການອະນຸລັກພັນສັດນໍ້າ-ສັດປ່າ ບໍ່ໃຫ້ດັບສູນເດັດຂາດ ບໍ່ໃຫ້ຊອກຢູ່ຫາກິນ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝທີ່ຜິດລະບຽບ ກົດໝາຍບ້ານເມືອງ ການຫາປາມີລັກສະນະດັບສູນ ເປັນຕົ້ນແມ່ນ: ໝໍ້ຊ໋ອດປາ, ໝໍ້ດູດປາ, ປືນແກັບ ແລະ ເຄື່ອງມືອື່ນໆ ທີ່ຜິດກົດໝາຍ. ຈາກນັ້ນ, ໄດ້ກ່າວເປີດພິທີປ່ອຍປາຢ່າງເປັນທາງການ. ພາບ-ຂ່າວ: ນາງ ດາລັກ ເກດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ