ປິດຊຸດອົບຮົມວຽກງານ ອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ III
ເວລາອອກຂ່າວ: 2025-07-16 14:45:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1805 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2025 ນີ້, ໂຮງຮຽນການທະຫານທ້ອງຖິ່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມວຽກງານ ອຸປະໂພກ-ບໍລິໂພກ ຊຸດທີ III ລະບົບ 10 ເດືອນ ສົກຮຽນ 2024-2025, ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ບຸນຕຽງ ອິນທະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ບັນດາສະຫາຍຄະນະກົມອຸປະໂພກ-ບໍລິໂພກ, ຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ແນ່ ມະນີວົງ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ ວຽກງານອຸປະໂພກ-ບໍລິໂພກ ເຊິ່ງຍົກໃຫ້ເຫັນທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕະຫຼອດໄລຍະການຮຽນ-ການສອນ ໃນ 10 ເດືອນຜ່ານມາ. ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ສິດຕິດແທດຈາກກົມໃຫຍ່ພະລາທິການ ກອງທັບ ແລະ ກົມວິຊາສະເພາະທີ່ກ່ຽວຂ້ອງຢ່າງເປັນປົກກະຕິ, ຄະນະພັກ-ຄະນະບັນຊາການກອງບັນຊາການທະຫານແຂວງວວຽງຈັນ ໄດ້ເອົາໃຈໃສ່ຊີ້ນໍາປະຕິບັດຫຼັກສູດ ແລະ ວຽກງານຮັບປະກັນ ຕ່າງໆໃຫ້ແກ່ການຮຽນ-ການສອນ, ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບ ແລະ ການຄຸ້ມຄອງນັກຮຽນ ເຄື່ອນໄຫວຮໍ່າຮຽນ ແລະ ສ້າງຈິດຈະກຳ ຕ່າງໆ, ພະນັກງານຄູສອນ ໄດ້ມີຄວາມຮັບຜິດຊອບສູງຕໍ່ການກະກຽມເອກະສານ ແລະ ດໍາເນີນການ ສອນຖືກຕ້ອງຕາມແຜນການ ແລະ ເນື້ອໃນອົບຮົມ-ຫັດແອບເປັນຢ່າງດີ. ຜ່ານການຈັດຕັ້ງອົບຮົມ-ຫັດແອບ ສາມາດຕີລາຄາຜົນໄດ້ຮັບຄື: ພາກວິຊາການທະຫານສິລະປະຍຸດ-ຍຸດທະວິທີ ຂັ້ນພື້ນຖານຂອງທະຫານຮາບ ຮັບປະກັນໄດ້ຄວາມປອດໄພ 100%. ໃນນີ້ປະເພດເກັ່ງມີ 61 ສະຫາຍ, ກາງ 27 ສະຫາຍ, ພາກວິຊາການເມືອງສາມາດຕີລາຄຸນທາດການເມືອງຂອງພະນັກງານ-ນັກຮົບເທົ່າກັບ 100%, ຂັ້ນເກັ່ງ 63 ສະຫາຍ, ກາງ 25 ສະຫາຍ, ພາກວິຊາອຸປະໂພກ- ບໍລິໂພກ ຕີລາຄາຜົນໄດ້ຮັບຂອງ ຊຸດອົບຮົມຄັ້ງນີ້ ມີນັກຮຽນ 88 ສະຫາຍສາມາດບັນລຸໄດ້ຕາມ ຄາດໝາຍ ແລະ ແຜນການ ທີ່ຂັ້ນເທິງກໍານົດ.
ໂອກາດນີ້, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ປະດັບຊັ້ນ ສິບເອກ ໃຫ້ແກ່ນັກຮຽນທີ່ຮຽນຈົບ ຈຳນວນ 46 ຫາຍ ແລະ ມອບໃບຍ້ອງຍໍຂັ້ນກອງບັນຊາການທະຫານ ແຂວງວຽງຈັນ ແລະ ຂັ້ນໂຮງຮຽນໃຫ້ນັກຮຽນຜູ້ທີ່ມີຜົນງານດີເດັ່ນຈຳນວນໜື່ງ, ພ້ອມທັງມອບໃບປະກາສະນິຍະບັດ ໃຫ້ນັກເຝິກອົບຮົມທີ່ຮຽນຈົບວຽກງານອຸປະໂພກ-ບໍລິໂພກ ຊັ້ນຕົ້ນຊຸດທີ III ລະບົບ 10 ເດືອນ ຈໍານວນ 88 ສະຫາຍ, ໂດຍການໃຫ້ກຽດມອບ ຂອງສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ຕາມລຳດັບ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















