ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກົມປ້ອງກັນອາກາດ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2025-07-16 15:00:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2088 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2025 ນີ້, ກົມປ້ອງກັນອາກາດ ໄດ້ສະຫຼຸບວຽງງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ພະແນກການ, ພະນັກນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນຕີ ພອນສີ ບຸນມີໄຊ ຮອງຫົວໜ້າພະແນກແຜນການສັງລວມ ກົມປ້ອງກັນອາກາດ ໄດ້ຜ່ານບົດສະຫຼຸບວຽງງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ຕະຫຼອດໄລະຍະຜ່ານມາ ຄະນະພັກ-ຄະນະບັນຊາກົມປ້ອງກັນອາກາດ ໄດ້ເອົາໃຈໃສ່ຊີ້ນໍາບັນດາກົມກອງ ເຮັດໜ້າທີ່ໃຫ້ສະພາບມີຄວາມສະຫງົບ ຈັດຕັ້ງປະຈໍາການກຽມພ້ອມສູ້ຮົບ, ສິດປະຈໍາການສູ້ຮົບຢູ່ອົງການກົມ ແລະ ສູນບັນຊາໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິຕໍ່ເນື່ອງບໍ່ໄດ້ຂາດ, ເກັບກໍາສະພາບໜ້າດີນ, ອາກາດຈາກບັນດາກົມກອງ ໂດຍສະເພາະແມ່ນການເຄື່ອນໄຫວຂອງຍົນທີ່ຢູ່ໃນແຜນບິນ ບໍ່ປະກົດເຫັນສະພາບລ່ວງລໍ້າອະທິປະໄຕ ນັ້ນຄືຍົນນອກແຜນທີ່, ດ້ານວຽກງານປັບປຸງກໍ່ສ້າງກໍາລັງ ໄດ້ຖືເອົາວຽກງານການເມືອງ-ນໍາພາແນວຄິດເປັນສໍາຄັນ ນໍາເອົາບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ວຽກງານກໍ່ສ້າງພັກ-ພະນັກງານ ໄດ້ຕີລາຄາຄຸນນະພາບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕີລາຄາຄຸນນະພາບສະມາຊິກພັກ, ດ້ານວຽກງານພະລາທິການ ໄດ້ຄຸ້ມຄອງນໍາໃຊ້ງົບປະມານຢ່າງຖືກຕ້ອງຕາມຮ່ວງ, ຕາມການແບ່ງປັນຂອງຂັ້ນເທິງ ແລະ ຖືກເປົ້າໝາຍຮັບປະກັນໄດ້ການຄຸ້ມຄອງເບີກຈ່າຍຄົບຖ້ວນໂດຍຜ່ານປະຕູດຽວ, ສ້າງສາລາພັກຜ່ອນໃຫ້ແຂກທີ່ມາພົວພັນວຽກຢູ່ຫ້ອງການກົມໄດ້ 2 ຫຼັງ, ສ້າງສາງເຕັກນິກ ແລະ ກະລາມ້ຽນລົດໄດ້ 2 ຫຼັງ ແລະ ວຽກງານດ້ານອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດເປັນຢ່າງດີ. ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນສໍາຄັນ, ກຳແໜ້ນເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະແຕ່ລະຂັ້ນ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ເສີມຂະຫຍາຍຫົວຄິດປະດິດສ້າງເຂົ້າໃນການປັບປຸງກໍ່ສ້າງກົມກອງ ເຮັດໃຫ້ກົມກອງມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ໂດຍ: ເຂັມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ