ມອບເຄື່ອງຄອມພິວເຕີໃຫ້ ກອງພັນໃຫຍ່ 642
ເວລາອອກຂ່າວ: 2025-07-18 08:49:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1781 | ຄວາມນິຍົມ: ![]()
ໃນວັນທີ 11 ກໍລະກົດ 2025, ສະມາຄົມເພື່ອນກັນແທ້ ໄດ້ມອບເຄື່ອງຄອມພິວເຕີ ຈຳນວນ 1 ຊຸດລວມມູນຄ່າ 8 ລ້ານກວ່າກີບໃຫ້ ຂະແໜງສືບຂ່າວອາກາດຂອງກອງພັນໃຫຍ່ 642, ໂດຍການ ກ່າວມອບຂອງ ສະຫາຍ ເພັດສັກ ດາ ບົງສະຫວັດ ຄະນະສະມາ ຄົມເພື່ອນກັນແທ້ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ພູວົງ ໄຊປັນຍາ ຫົວໜ້າຂະແຂງສືບຂ່າວອາກາດ, ໂດຍມີ ສະຫາຍ ພັນໂທ ສີນວນ ສັກຕິເດດ ຮັກ ສາການຫົວໜ້າການເມືອງກອງ ພັນໃຫຍ່ 642 ຕະຫຼອດຮອດ ພະນັກງານ ທັງສອງພາກສ່ວນ ເຂົ້າຮ່ວມ.
ເພື່ອເປັນການຊຸກຍູ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ນຳໃຊ້ເຂົ້າໃນວຽກງານຫ້ອງການ ວິຊາສະ ເພາະຂອງຕົນ, ໃນການເກັບກຳຂໍ້ມູນ, ເອກະສານຕ່າງໆທີ່ສຳ ຄັນ ເພື່ອຄວາມສະດວກ ແລະ ວ່ອງໄວໃນການເຮັດວຽກງານໜ້າທີ່ວິຊາສະເພາະຂອງຕົນ ໃນສະເພາະໜ້າ ແລະ ຍາວນານ.
ສະຫາຍ ພັນໂທ ພູວົງ ໄຊປັນຍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະສະມາຄົມເພື່ອນກັນແທ້ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງພາກສ່ວນທີ່
ກ່ຽວຂ້ອງ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະ ໂຫຍດສູງສຸດ.
ໂດຍ: ແສນສຸລິຍະ ແທງພຸດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















