ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງ​ພົນ​ທີ 1 ປິດ​ຊຸດ​ຮຽນ​ນາຍ​ສິບ ແລະ ຊຸດ​ຮຽນ​ບຳລຸງ​ການ​ທະຫານ​ຂັ້ນ​ພື້ນຖານ
ເວລາອອກຂ່າວ: 2025-07-18 08:54:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2687 | ຄວາມນິຍົມ:



ວັນ​ທີ 10 ກໍລະກົດ​ນີ້, ສູນ​ເຝິກອົບຮົມ ກອງ​ພົນ​ທີ 1 ໄດ້​ຈັດ​ພິທີປິດ​ຊຸດ​ຮຽນ​ນາຍ​ສິບ ຊຸດ​ທີ XIII ແລະ ຊຸດ​ຮຽນ​ບຳລຸງ​ການ​ທະຫານ​ຂັ້ນ​ພື້ນຖານ ລະບົບ 6 ເດືອນ ຊຸດ​ທີ II ປະຈຳ​ສົກຮຽນ 2024-2025. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພົງ​ສຸລິຍາ ເພັງ​ຄູນ ຫົວໜ້າ​ກົມ​ໂຮງຮຽນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ພະແນກການ, ຄູ-ອາຈານ ແລະ ນັກຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຄິດ ໄຊ​ຍະ​ບຸດ ຮອງ​ຫົວໜ້າ​ການ​ທະຫານ ຫົວໜ້າ​ພະ​ແນກ​ເສນາ-ອົບຮົມສູນເ​ຝິກ​ອົບຮົມ ກອງ​ພົນ​ທີ 1 ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ການ​ຮຽນ-ການ​ສອນ ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ຮັບ ຜິດຊອບ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ຢ່າງ​ໃກ້ຊິດ​ເຮັດ​ໃຫ້​ຄູ-ອາຈານ ແລະ ນັກຮຽນ​ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ໃນ​ການ​ສິດສອນ ແລະ ຮ່ຳຮຽນ ເຮັດ​ໃຫ້​ມີ​ຄູ-ອາຈານ​ສອນ​ດີ-ສອນ​ເກັ່ງ 26 ສະຫາຍ ແລະ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ໃນ​ການ​ຮ່ຳຮຽນ​ຂອງ​ນັກຮຽນ​ທັງ 2 ລະບົບ ຄື: 1. ລະບົບ​ນາຍ​ສິບ ຊຸດ​ທີ XIII ຈຳນວນ​ພົນ147 ສະຫາຍ ໄດ້​ເກດ B+ ຈຳນວນ 34 ສະຫາຍ ເທົ່າ​ກັບ 23,12 %, ເກດ B ຈຳນວນ 113 ສະຫາຍ ເທົ່າ​ກັບ 76,87%. 2. ນັກຮຽນ​ບໍ​ລຸງ​ການ​ທະຫານ 60 ສະຫາຍ ໄດ້​ເກດ B+ ຈຳນວນ 2 ສະຫາຍ ເທົ່າ​ກັບ 3,33%, ເກດ B ຈຳນວນ 55 ສະຫາຍ ເທົ່າ​ກັບ 91,87%, ເກດ C+ ຈຳນວນ 3 ສະຫາຍ ເທົ່າ​ກັບ 5,00%. ການຈັດຕັ້ງ​ອົບຮົມ-ຫັດ​ແອບ​ສາມາດ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ຈາກ​ນັ້ນ; ສະຫາຍ ພັນ​ຕີ ຄຳ​ດວນ ລໍ​ຫງຽນ​ສິມ ຮອງ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ ກອງ​ພົນທີ 1 ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ປະກາດ​ການ​ເລື່ອນ​ຊັ້ນສິບ​ຕີ ຂຶ້ນ ສິບ​ເອກ ຈຳນວນ 98 ສະຫາຍ, ສິບ​ໂທ ຂຶ້ນ ຊັ້ນ​ສິບ​ເອກ ຈຳນວນ 12 ສະຫາຍ, ສິບ​ເອກ ຂຶ້ນ ວາທີ ຈຳນວນ 7 ສະຫາຍ. ພ້ອມ​ນີ້ ຍັງ​ໄດ້​ມອບ​ໃບ​ປະກາສະນີຍະບັດ ໃຫ້​ນັກຮຽນ​ທັງ​ສອງ​ລະບົບ ຈຳນວນ 207 ສະຫາຍ; ພ້ອມ​ທັງ ມອບ​ໃບ​ຍ້ອງຍໍ ແລະ ຂອງຂວັນ​ລາງວັນ​ໃຫ້​ອາຈານ​ສອນ​ດີ-ສອນ​ເກັ່ງ ແລະ ນັກຮຽນ​ດີ-ຮຽນ​ເກັ່ງ ຕືມ​ອີກ. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ