ເຊັນສັນຍາ ວ່າດ້ວຍການຮັບຜະລິດເຄື່ອງກິລາ ແລະ ສະໜອງອຸປະກອນກິລາ ຮັບໃຊ້ການຫັດແອບ ແລະ ແຂ່ງຂັນ ໃຫ້ກອງກິລາກອງທັບ
ເວລາອອກຂ່າວ: 2025-07-18 08:55:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3104 | ຄວາມນິຍົມ: ![]()
ໃນວັນທີ 16 ກໍລະກົດ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ບໍລິສັດ ໄລຟ ຟຸດບໍ ຈຳກັດ (Life Football Store) ໄດ້ຈັດພິທີ ເຊັນສັນຍາ ວ່າດ້ວຍການຮັບຜະລິດເຄື່ອງກິລາ ແລະ ສະໜອງອຸປະກອນກິ
ລາ ຮັບໃຊ້ການຫັດແອບ ແລະ ແຂ່ງຂັນ ໃຫ້ກອງກິລາກອງທັບ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພູເງີນ ພົມເມືອງ ຫົວ ໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ທິດຕາວັນ ວັນນະຈັກ ຜູ້ອຳນວຍການ ບໍລິສັດ ໄລຟ ຟຸດບໍ ຈຳກັດ, ມີຄະນະພັກ-ຄະນະບັນຊາກົມ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ທັງສອງ ຝ່າຍເຂົ້າຮ່ວມ.
ສະຫາຍ ພັນເອກ ແສງອຳພອນ ພູມີເງິນ ຮອງຫົວໜ້າກົມອົມຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ໃນນາມຜູ້ຮັບຜິດຊອບຊີ້ນຳກິລາ ກະຊວງປ້ອງກັນປະເທດ ໂດຍອີງຕາມແຜນການ, ການເຂົ້າຮ່ວມງານແຂ່ງຂັນ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ເພື່ອເປັນການຈັດຊື້ ແລະ ສະໜອງເຄື່ອງ-ອຸປະກອນກິລາ ໃນການຮັບໃຊ້ຫັດແອບ ແລະ ແຂ່ງຂັນທຸກປະເພດ ກິລາ ຂອງກະຊວງປ້ອງກັນປະເທດ ໃຫ້ແກ່ການເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງ ວັນທີ 15 ພະຈິກ-25 ພະຈິກ 2025.
ພາຍຫຼັງຜ່ານບັນດາເນື້ອໃນສັນຍາດັ່ງກ່າວ, ທັງສອງຝ່າຍໄດ້ປະກອບຄຳຄິດເຫັນ ແລະ ພ້ອມກັນລົງນາມສັນຍາ ລະຫວ່າງ ສະຫາຍ ພັນເອກ ພູເງີນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ທິດຕາວັນ ວັນນະຈັກ ຜູ້ອຳນວຍການ ບໍລິສັດ ໄລຟ ຟຸດບໍ ຈຳກັດ (Life Football Store) ຢ່າງເປັນທາງການ.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















