ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 643 ຈັດ​ກິດຈະກຳ​ຕ້ອນຮັບ​ວັນ​ສ້າງຕັ້ງ​ແມ່ຍິງ​ລາວ
ເວລາອອກຂ່າວ: 2025-07-18 08:58:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4028 | ຄວາມນິຍົມ:



ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 70 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ນັ້ນ. ໃນ​ວັນ​ທີ 14 ກໍລະກົດ 2025 ນີ້, ຂະແໜງ​ສະຫະພັນ​ແມ່ຍິງກອງ ພັນ​ໃຫຍ່ 643 ໄດ້ຈັດ​ກິດຈະກຳ​ແລ່ນ​ລານ ໄລຍະ 50 ແມັດ, 100 ແມັດ ແລະ ແລ່ນ 3 ຂາ, ໂດຍ​ການເປັນ​ປະທານ​ຂອງ​ ສະຫາຍ ພັນ​ໂທ ນາງ ​ຈັນ​ພຸດ ສົມ​ໄພ​ວັນ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 643. ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ ແລ່ນ​ລານ ໄລຍະ 50 ແມັດ ທີ I ແມ່ນ​ໜ່ວຍ​ສະຫະພັນ​ແມ່ຍິງ​ພະ​ແນກ​ບໍລິຫານ, ທີ II ໜ່ວຍ​ແມ່ຍິງ​ກອງພັນ 975, ທີ III ໜ່ວຍ​ແມ່ຍິງ​ກອງພັນ 977; ແລ່ນ​ລານ ໄລຍະ 100 ແມັດ ທີ I ໜ່ວຍ​ແມ່ຍິງ​ກອງພັນ 975, ທີ II ໜ່ວຍ​ແມ່ຍິງ ກອງຮ້ອຍ 159, ທີ III ໜ່ວຍ​ແມ່ ຍິງ ກອງຮ້ອຍ 207 ແລະ ກິລາ​ແລ່ນ​ສາມ​ຂາ ຫຼື ແລ່ນ​ຄູ່ ທີ I ແມ່ນ​ໜ່ວຍ​ແມ່ຍິງ ກອງພັນ 975, ທີ II ໜ່ວຍ​ແມ່ຍິງ​ພະແນກການ​ເມືອງ-ເສນາ, ທີ III ໜ່ວຍ​ແມ່ຍິງ​ພະ​ລາ-ເຕັກນິກ. ກິດຈະກຳ​ຄັ້ງ​ນີ້, ນອກຈາກ​ສ້າງ​ໄດ້​ບັນຍາກາດ​ຟົດຟື້ນ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 70 ປີ​ແລ້ວ ຍັງ​ສ້າງ​ໄດ້​ ຄວາມ​ສາມັກຄີ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ສະມາຊິກ​ແມ່ຍິງ​ພາຍ​ໃນ​ກົມ​ກອງ ອີກ​ດ້ວຍ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ