ກອງພົນທີ 2 ຈັດພິທີປ່ອຍປາ
ເວລາອອກຂ່າວ: 2025-07-18 08:59:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2831 | ຄວາມນິຍົມ: ![]()
ໃນວັນທີ 11 ກໍລະກົດ 2025 ນີ້, ກອງພົນທີ 2 ໄດ້ຈັດພິທີປ່ອຍປາ ຢູ່ໜອງປາລວມຂອງກົມກອງ ເນຶ່ອງໃນໂອກາດວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ (ວັນທີ 13 ກໍລະກົດ 1997-ວັນທີ 13 ກໍລະກົດ 2025) ຄົບຮອບ 28 ປີ. ໂດຍມີ ສະຫາຍ ພົນຈັດຕະ ວາ ຄຳດີ ໄຊຍະວົງ ຫົວໜ້າການ ເມືອງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າ ຮ່ວມ.
ສະຫາຍ ພັນເອກ ບຸນກໍ່າ ພີມພົງພັນ ຫົວໜ້າຫ້ອງພະລາທິການກອງພົນ ໄດ້ກ່າວຈຸດປະສົງຂອງ ການປ່ອຍປາລົງໜອງປາລວມ ໃນຄັ້ງນີ້ວ່າ: ເພື່ອເປັນການຂະ ຫຍາຍພັນປາ ແລະ ເປັນການຈັດ ຕັ້ງປະຕິບັດຕາມຄຳຂວັນ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ຮັບປະກັນເເກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ນອກນັ້ນຍັງເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນທະຫານພາຍໃນກົມກອງມີສ່ວນຮ່ວມໃນ ການປົກປັກຮັກສາສັດນ້ຳ-ສັດ ປ່າ, ຍົກສູງນ້ຳໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສຳລັບປາທີ່ນຳມາປ່ອຍໃນຄັ້ງນີ້ມີ ຈຳ ນວນ 9.000 ໂຕ.
ໂດຍ: ອານຸສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















